ການ​ປ່ອນ​ບັດເລືອ​ກຕັ້ງ​ ອາ​ເມ​ລິ​ກາ 2020: ລັດ ນິວຢອກ ​ເລື່ອນວັນ​ເວລາ​ຈັດ​ຕັ້ງ​ການ​ປ່ອນ​ບັດ​ຂັ້ນ​ຮາກ​ຖານ​ ຍ້ອນ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) -ທ່ານຮອງປະທານາທິບໍດີ ອາເມລິກາ Joe Biden ພວມນໍາໜ້າ ເມື່ອຍາດໄດ້ 1.217 ບັດ ຂອງຜູ້ແທນເຂົ້າຮ່ວມກອງປະຊຸມອອກສະໝັກເລືອກຕັ້ງຂອງພັກປະຊາທິປະໄຕ, ເຊິ່ງຄາດວ່າ ຈະດໍາເນີນໃນເດືອນກໍລະກົດຈະມາເຖິງ. 
ການ​ປ່ອນ​ບັດເລືອ​ກຕັ້ງ​ ອາ​ເມ​ລິ​ກາ 2020: ລັດ ນິວຢອກ ​ເລື່ອນວັນ​ເວລາ​ຈັດ​ຕັ້ງ​ການ​ປ່ອນ​ບັດ​ຂັ້ນ​ຮາກ​ຖານ​ ຍ້ອນ​ໂລກລະບາດ​ໂຄ​ວິດ - 19 - ảnh 1ລັດ  ນິວຢອກ  (ພາບປະກອບ: THX/TTXVN)

        ວັນທີ 28 ມີນາ, ທ່ານ Andrew Cuomo ຜູ້ວ່າການລັດ ນິວຢອກ ໄດ້ປະກາດກ່ຽວກັບການເລື່ອນວັນເວລາຈັດຕັ້ງການປ່ອນບັດຂັ້ນຮາກຖານ ກະກຽມໃຫ້ແກ່ການເລືອກຕັ້ງປະທານາທິບໍດີ ອາເມລິກາ ໃນປີ 2020 ຢູ່ລັດດັ່ງກ່າວ ເຊິ່ງຄາດວ່າຈະດໍາເນີນໃນວັນວັນທີ 28 ເມສານີ້ ໄປຮອດວັນທີ 23 ມິຖຸນາ, ຍ້ອນການຜັນແປຢ່າງສັນສົນຂອງໂລກລະບາດໂຄວິດ - 19.

        ສ່ວນ 10 ລັດ ຍັງເຫຼືອຂອງ ອາເມລິກາ, ລວມທັງເຂດນອກປະເທດ Puerto Rico ກໍໄດ້ປະກາດເລື່ອນວັນເວລາຈັດຕັ້ງການປ່ອນບັດເລືອກຕັ້ງຂັ້ນຮາກຖານໄວ. ຍັງມີບາງລັດ ໄດ້ຫັນປ່ຽນຮູບແບບດໍາເນີນການປ່ອນບັດ ຜ່ານການຝາກຈົດໝາຍທາງໄປສະນີ.

        ໃນຈຸດເວລານີ້, ທ່ານຮອງປະທານາທິບໍດີ ອາເມລິກາ Joe Biden ພວມນໍາໜ້າ ເມື່ອຍາດໄດ້ 1.217 ບັດ ຂອງຜູ້ແທນເຂົ້າຮ່ວມກອງປະຊຸມອອກສະໝັກເລືອກຕັ້ງຂອງພັກປະຊາທິປະໄຕ, ເຊິ່ງຄາດວ່າ ຈະດໍາເນີນໃນເດືອນກໍລະກົດຈະມາເຖິງ, ໃນຂະນະນັ້ນ, ຄູ່ແຂ່ງ ທ່ານສະມາຊິກສະພາສູງ Bernie Sanders ບັນລຸໄດ້ແຕ່ 914 ບັດ ເທົ່ານັ້ນ. ຕາມຂໍ້ກໍານົດແລ້ວ, ເພື່ອໄດ້ຮັບການສະເໜີເປັນຜູ້ສະໝັກເລືອກຕັ້ງຂອງພັກປະຊາທິປະໄຕນັ້ນ, ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ຕ້ອງບັນລຸໄດ້ 1.991 ບັດ. 

ຕອບກັບ

ຂ່າວ/ບົດ​ອື່ນ