ການປ່ອນບັດເລືອກຕັ້ງສະພາສູງຍີ່ປຸ່ນ ໄດ້ເລີ່ມຂຶ້ນ,ບັນດາພັກແຂ່ງຂັນ 125 ທີ່ນັ່ງ

(VOVWORLD) -ຕອນເຊົ້າວັນທີ 10 ກໍລະກົດ, ຕາມເວລາທ້ອງຖິ່ນ, ການປ່ອນບັດເລືອກຕັ້ງສະພາສູງຍີ່ປຸ່ນຄັ້ງທີ 26 ໄດ້ຖືກຈັດຂຶ້ນຢູ່ສະຖານທີ່ປ່ອນບັດຫຼາຍກວ່າ 46.000 ແຫ່ງໃນທົ່ວປະເທດ
ການປ່ອນບັດເລືອກຕັ້ງສະພາສູງຍີ່ປຸ່ນ ໄດ້ເລີ່ມຂຶ້ນ,ບັນດາພັກແຂ່ງຂັນ 125 ທີ່ນັ່ງ - ảnh 1ລາຍລະອຽດກຽວກັບຜູ້ສະໝັກເລືອກຕັ້ງໄດ້ຕິດປະກາດຢູ່ເຂດຊຸມຊົນ
      ການປ່ອນບັດໄດ້ອັດລົງໃນເວລາ 20 ໂມງແລະການນັບບັດຈະຖືກຈັດຂຶ້ນໃນວັນທີ 21 ກໍລະກົດ. ຜູ້ສະໝັກເລືອກຕັ້ງ  545 ຄົນຈະແຂ່ງຂັນເພື່ອຍາດ 125 ທີ່ນັ່ງ. ຫຼັກໝັ້ນຂອງບັນດາຜູ້ສະໜັກເລືອກຕັ້ງລ້ວນແຕ່ມີຈຸດຮ່ວມ ນັ້ນແມ່ນເຮັດແນວໃດເພື່ອເຮັດໃຫ້ລາຄາສິນຄ້າເປັນປົກກະຕິ, ປະຕິບັດບັນດານະໂຍບາຍການຕ່າງປະເທດ, ການປ້ອງກັນຄວາມສະຫງົບເປັນຢ່າງດີ ເຊິ່ງທຳອິດແມ່ນເພິ່ມທະວີຄວາມສາມາດປ້ອງກັນຊາດ, ປະສິດທິຜົນຂອງບັນດານະໂຍບາຍຂອງນາຍົກລັດຖະມົນຕີ Kishida Fumio  ປະຕິບັດໃນໄລຍະທີ່ຜ່ານມາ. ເປົ້າໝາຍຂອງທ່ານນາຍົກລັດຖະມົນ Kishida Fumio ຜູ້ພວມດຳລົງຕຳແໜ່ງປະທານພັກປະຊາທິປະໄຕເສລີ LDP ໃນການເລືອກຕັ້ງຄັ້ງນີ້ ແມ່ນຊ່ວຍສຳພັນທະມິດກຳອຳນາດຮັກສາທີ່ນັ່ງສ່ວນຫຼາຍໃນສະພາສູງ. ສິ່ງນີ້ກໍ່ມີຄວາມໝາຍເຊັ່ນດຽວກັນກັບເລື່ອງນອກຈາກ 70 ທີ່ນັ່ງຢູ່ສະພາສູງທີ່ຍັງບໍ່ທັນຮອດເວລາຕ້ອງເລືອກຕັ້ງຄືນໃໝ່ນັ້ນ, ສຳພັນທະມິດກຳອຳນາດຄວນຍາດທີ່ນັ່ງຕື່ມອີກ 55 ທີ່ນັ່ງໃນການເລືອກຕັ້ງຄັ້ງນີ້. ແຕ່ວົງການນັກວິເຄາະຖືວ່ານີ້ແມ່ນເປົ້າໝາຍບໍ່ສູງປານໃດແລະ ສຳພັນທະມິດກຳອຳນາດ ສາມາດເຮັດສຳເລັດເປົ້າໝາຍນີ້ຢ່າງງ່າຍດາຍ.

ຕອບກັບ

ຂ່າວ/ບົດ​ອື່ນ