ການປະກວດຮອບຊິງຊະນະເລີດນາງງາມສັນຕິພາບໂລກຢູ່ຫວຽດນາມຈະໄດ້ໄຂຂຶ້ນໃນໄວໆນີ້

ການປະກວດຮອບຊິງຊະນະເລີດນາງງາມສັນຕິພາບໂລກຢູ່ຫວຽດນາມຈະໄດ້ໄຂຂຶ້ນໃນໄວໆນີ້ - ảnh 1
(ຮອບຊິງ​ຊະ​ນະ​ເລີດ​ການ​​ປະ​ກວດ​ນາງງາມ​ສັນ​ຕິ​ພາບ​ໂລກ 2017
ຈະ​ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 05 – 26/10)

(vovworld) - ຕອນ​ຄ່ຳ​ວັນ​ທີ 17/04 ຢູ່​ຮ່າ​ໂນ້ຍ, ​ການ​​ປະ​ກວດຮອບຊິງ​ຊະ​ນະ​ເລີດ​ການ​ເສັງ​ນາງ​ແບບ​ສັນ​ຕິ​ພາບ​ໂລກ 2017 ​ໄດ້ເລີ່ມ​​ກະ​ກຽ​ມ​ຈັດ​ຕັ້ງ. ຮອບຊິງ​ຊະ​ນະ​ເລີດ​ການ​​ປະ​ກວດ​ນາງງາມ​ສັນ​ຕິ​ພາບ​ໂລກ 2017 ຈະ​ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 05 – 26/10 ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ກວາງ​ບິ່ງ ແລະ ຟຸ໋​ກ໋ວກ. ທ່ານ​ ເຈີນ​ມິງ​ຕ໋ຽນ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ງານ​ປະ​ກວດນາງ​​ງາມ​ສັນ​ຕິ​ພາບ​ໂລກ 2017 ໃຫ້​ຮູ້​ວ່າ.

        “ການ​​ປະ​ກວດ​ນາງ​ງາມ​ສັນ​ຕິ​ພາບ​ໂລກ ປະ​ຈຸ​ບັນ​ມີ​ຜູ້​​ມາ​ຮ່ວມ​ຫຼາຍ​ທີ່​ສຸດ, ດ້ວຍ 1 ລ້ານ​ຄົນ​​ມາ​ພົວ​ພັນ​ເປັນ​ປະ​ຈຳ​​ຕໍ່​ເດື​ອນ. ສະ​ນັ້ນ, ເມື່ອ​ເຫດ​ການ​ຄື​ແນວນັ້ນ​ໄດ້​ຮັບ​ການ​ຈັດ​ຕ​ັ້ງ​ຢູ່​ຫວຽດ​ນາມ, ນາງ​ງາມ 90 ຄົນ​ທີ່​ມາ​ຈາກ 90 ປະ​ເທດ​ມາ​ຫວຽດ​ນາມ ຈະ​​ມີ​ໂອ​ກາດ​ເພື່ອ​ໃຫ້​ພວກ​ເຮົາ​ສົ່ງ​ສານ​ຂອງ​ຕົນ​ເຖິງ​ນາ​ງງາມ 90 ຄົນ, ເຂົາ​ເຈົ້າ​ຈະ​ແມ່ນຜູ້​ຕາງ​ໜ້າ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ໃຫ້​ແກ່​ຫວຽດ​ນາມ. ນີ້​ແມ່ນ​ໂອ​ກາດ​ທີ່​ດີ​ເພື່ອ​ໂຄ​ສະ​ນາ​ພາບ​ພົດ​ຂອງ​ຫວຽດ​ນາມ ອອກ​ສູ່​ໂລກ”.


ຕອບກັບ

ຂ່າວ/ບົດ​ອື່ນ