ການປະຊຸມກ່ຽວກັບວຽກງານຂົນຂວາຍປະຊາຊົນໃນ 6 ເດືອນຕົ້ນປີ 2012

ການປະຊຸມກ່ຽວກັບວຽກງານຂົນຂວາຍປະຊາຊົນໃນ 6 ເດືອນຕົ້ນປີ 2012 - ảnh 1
( ພາບປະກອບ )

( vovworld ) -   ວັນ​ທີ 28/6, ຄະນະ​ຂົນຂວາຍ​ປະຊາຊົນສູນ​ກາງ ​ໄດ້ຈັດ​ຕັ້ງ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອຂ່າຍອີນ​ເຕີ​ແນ​ດກັບ 63​ ແຂວງ, ນະຄອນ ​ເພື່ອ​ແນ​ໃສ່​ສະຫຼຸບ​ວຽກງານ​ຂົນຂວາຍປະຊາຊົນ​ໃນ 6 ​ເດືອນ​ຕົ້ນ​ປີ 2012 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ວຽກ​ງານ​ໃນ 6 ​ເດືອນ​ທ້າຍ​ປີ 2012. ທ່ານ​ນາງເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ Ha Thi Khiet ​ໄດ້​ເປັນ​ປະ​ທານກ​ອງປ​ະຊຸມ. ບັນດາ​ຜູ້​​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມລ້ວນ​ແຕ່​​ເປັນ​ເອກະ​ພາບ​ນຳ​ກັນ​​ໂດຍໃຫ້​ຂໍ້​ສັງ​ເກດ​ວ່າ; ຄຽງ​ຂ້າງ​​ຄວາມ​ສະດວກ​ຕ່າງ​ໆຄື ບັນດາ​ມາດ​ຕະການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັບປະກັນ​ຊີວິດ​ສັງຄົມ ທີ່ໄດ້​ຮັບ​ການປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​, ປະຊາຊົນ​ໄດ້​ເອົາ​ໃຈ​ໃສ່, ​ເຫັນ​ດີ​​ເຫັນ​ພ້ອມກັບ​ເລື່ອງ​ພັກ​ກອມ​ມູນິດ​ຫວຽດນາມ ຜັນ​ຂະຫຍາຍ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ( ຊຸດ​ທີ 11 ) “ບາງ​ບັນຫາ​ອັນ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ” ຢ່າງ​ຕັ້ງໜ້ານັ້ນ, ​ວຽກງານຂົນຂວາຍ​ປະຊາຊົນພັດ​​ປະສົບ​ກັບຄວາມ​ຫຍຸ້ງຍາກ, ການທ້າ​ທາຍຈຳນວນ​ໜຶ່ງ ອັນ​ໄດ້ສົ່ງ​ຜົນ​ສະທ້ອນ​​ເຖິງ​ປະສິດ​ທິຜົນ​ແຫ່ງ​ການຂົນຂວາຍ​ໝູ່ມະຫາຊົນ. ຕໍ່ໜ້າ​ສະພາບ​ການຄື​ແນວ​ນັ້ນ, ຄະນະ​ຂົນຂວາຍ​ປະຊາຊົນບັນດາ​ແຂວງ, ຄະນະ​ພັກນະຄອນ ​ໄດ້ຍູ້​​ແຮງ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຂອງ​ອຳນາດ​ການ​ປົກຄອງ, ຕິດຕາມ​ກວດກາ​ການ​ປະຕິບັດ​ລະບຽບການ​ປະຊາທິປະ​ໄຕ​ຢູ່​ຂັ້ນ​ຮາກ​ຖານ​. ​ໃນ 6 ​ເດືອນທ້າຍ​ປີ, ວຽກ​ງານ​ຂົນຂວາຍ​ປະຊາຊົນ​ສຸມ​ໃສ່​ໜ້າ​ທີ່​​ຈຸດສຸມ​ຈຳນວນ​ໜຶ່ງ​ຄື; ຕິດຕາມ​, ກຳ​ແໜ້ນ​ສະພາບ​ການ​ຂອງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ ​ເພື່ອ​ເປັນ​ເສນາ​ທິການ​ໃຫ້​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາທິການ, ​ກຳມະການ​ພັກ​ທຸກ​ຂັ້ນມີ​ແຜນ​ນະ​ໂຍບາຍ,​ ມາດ​ຕະການ​​ໃຫ​້​ເໝາະ​ສົມ, ທັນ​ການ ​ເພື່ອ​ຊີ້​ນຳ​ວຽກງານ​ຂົນຂວາຍ​ປະຊາຊົນ; ​ໂຄສະນາ, ຂົນຂວາຍ​ປະຊາຊົນ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ, ​ເຂົ້າ​ຮ່ວມ​ບັນດາ​ຂະ​ບວນການ​ແຂງ​ຂັ້ນ​ຮັກ​ຊາດ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ