ການປະຊຸມຂ່າວ ກ່ຽວກັບກອງປະຊຸມສົ່ງເສີມການລົງທຶນເຂດໄຕງວຽນຄັ້ງທີ 2 ປີ 2013

ການປະຊຸມຂ່າວ ກ່ຽວກັບກອງປະຊຸມສົ່ງເສີມການລົງທຶນເຂດໄຕງວຽນຄັ້ງທີ 2 ປີ 2013 - ảnh 1
ການປະຊຸມຂ່າວ ກ່ຽວກັບກອງປະຊຸມສົ່ງເສີມການລົງທຶນເຂດໄຕງວຽນຄັ້ງທີ 2 ປີ 2013
(ພາບ: Thu Hường)

(vovworld) – ຕອນ​ບ່າຍ​ວັນ​ທີ 1/4, ຢູ່​ນະຄອນ​ ​ເປີ​ໄລ​ກູ, ​ແຂວງ ຢາ​ລາຍ, ຄະນະ​ຊີ້​ນຳ​ເຂດ ​ໄຕ​ງວຽນ ​ໄດ້​ສົມທົບ​ກັບ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ທະນາຄານ​ແຫ່ງ​ລັດ ຫວຽດນາມ ​ແລ​ະ ຄະນະ​ກຳມະການ​ປະຊາຊົນ​ແຂວງ​ ຢາ​ລາຍ ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ ກ່ຽວ​ກັບ​ການຈັດ​ຕັ້ງ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ຢູ່ເຂດ​ໄຕ​ງວຽນ ຄັ້ງ​ທີ 2, ປີ 2013. ກອງ​ປະຊຸມ​ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ວັນ​ທີ 12/4, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກ່ວາ 500 ທ່ານ​ເຊິ່ງຕາ​ງໜ້າ​ໃຫ​້ການ​ນຳ​ພັກ, ລັດ, ບັນດາ​ກະຊວງ, ຂະ​ແໜງ​ການຂັ້ນສູນ​ກາງ, ການ​ນຳ​ແຂວງ​, ນະຄອນຕ່າງໆ, ບັນດາ​ອົງການ​ຈັດ​ຕັ້ງ​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ ພ້ອມ​ກັບ​ນັກ​ລົງທຶນ​ທີ່​ພວມ​ສົນ​ໃຈ​ເຖິງ ​ໄຕ​ງວຽນ. ທ່ານ ​ເຈີ​ນວຽດຮູ່ງ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ, ​ໃຫ້​ຮູ້​ວ່າ:

“ຈຸດ​ໃໝ່​ຂອງ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ຄັ້ງ​ນີ້​ແມ່ນ​ການສະ​ແດງ​ຄຳ​ໝັ້ນ​ສັນຍາ​ຢ່າງ​ແໜ້ນ​ແຟ້ນຂອງ​ບັນດາ​ອົງການ​ຂັ້ນສູນ​ກາງ ​ແລະ ທ້​ອງຖິ່ນ​ໃນ​ການ​ຮັກສາ, ຊຸກຍູ້​ການ​ເຄື່ອນ​ໄຫວ​ລົງທຶນ​ເຂົ້າ​ເຂດ​ ​ໄຕ​ງວຽນ ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຕໍ​່ເນື່ອງ. ສະ​ແດງ​ການ​ໜູນ​ຊ່ວຍ​ຢ່າງ​ສູງ​ຂອງ​ທະນາຄານ​ແຫ່ງ​ລັດ ​ແລະ ກະຊວງ​ແຜນການ ​ແລະ ການ​ລົງທຶນ ກ່ຽວ​ກັບ​ການ​ລະດົມ, ​ຈັດ​ແບ່ງ​ທຶນ, ດັດ​ປັບ​ທຶນ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ລົງທຶນ​ພາກລັດ, ຊຸກຍູ້​ການ​ລົງທຶນ​ພາກ​ເອກະ​ຊົນ. ​ໃຫ້​ຄຳ​ໝັ້ນ​ສັນຍາ​ປັບປຸງ​ນະ​ໂຍບາຍ ​ແລະ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ທີ່ສະດວກ​ໃຫ​້ບັນດາ​ນັກ​ລົງທຶນ”

ຂ່າວ/ບົດ​ອື່ນ