ການປະຊຸມຂ່າວ ນັດສາມັນປະຈຳເດືອນ ຂອງກະຊວງອຸດສາຫະກຳ ການຄ້າ

ການປະຊຸມຂ່າວ ນັດສາມັນປະຈຳເດືອນ ຂອງກະຊວງອຸດສາຫະກຳ ການຄ້າ - ảnh 1
ການປະຊຸມ​ຂ່າວນັດ​ສາມັນ​ປະຈຳ​ເດ​ືອນ
(ພາບ: baocongthuong.com.vn)

(vovworld) –  ຕອນ​ບ່າຍ​ວັນ​ທີ 3/9, ກະຊວງ​ອຸດສາຫະກຳ ການ​ຄ້າ ​ໄດ້​ຈັດການປະຊຸມ​ຂ່າວນັດ​ສາມັນ​ປະຈຳ​ເດ​ືອນ. ບັນດາ​ບັນຫາ​ທີ່​ສ້າງ​ຄວາມດຶງ​ດູດ​ວົງ​ການ​ສື່​ມວນ​ຊົນ ນັ້ນ​ແມ່ນ​ການ​ບໍລິຫານ​ລາຄາ​ນຳ້ມັນ, ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​…ທີ່​ການ​ປະຊຸມ​ຂ່າວ, ກະຊວງ​ອຸດສາຫະກຳ​ການ​ຄ້າ​ໃຫ້​ຮູ້​ວ່າ, ​ເດືອນ 8 ວົງ​ເງິນ​ສົ່ງ​ອອກ​ຄາດ​ວ່າ​ບັນລຸ 11,5 ຕຶ້ USD, ຫຼຸດ​ລົງ​ເກືອບ 1% ​ເມື່ອ​ທຽບ​ໃສ່​ເດືອນ 7 ​ແລະ ​ເພີ່ມ​ຂຶ້ນ 11% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ໄລ່​ລວມ​ໃນ 8 ​ເດືອນ​ຜ່ານ​ມາ, ວົງ​ເງິນ​ສົ່ງ​ອອກ​ບັນລຸ​ເກືອບ 85 ຕຶ້ USD. ໝວດ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ສົ່ງ​ອອກ​ສືບ​ຕໍ່​ຫຼຸດ​ລົງ​ຍ້ອນ​ຄວາມ​ຕ້ອງການ​ຢູ່​ໂລກ​ຫຼຸດ​ລົງ. ພິ​ເສດ​ໃນ​ເດືອນ 9 ນີ້, ຈຳນວນ​​ເຂົ້າສານ​ສົ່ງ​ອອກ​ມີ​ພຽງ 521.000 ​ໂຕນ, ລາຄາ​ສະ​ເລ່ຍຫຼຸດ​ລົງ 15%. ຕາມ​ກະຊວງ​ອຸດສາຫະກຳ ການ​ຄ້າ ​ແລ້ວ, ການ​ຜະລິດ​ອຸດສາຫະກຳ​ໃນ​ເດືອນ 8 ສືບ​ຕໍ່​ຟື້ນ​ຟູ, ພິ​ເສດ​ແມ່ນ​ດັດ​ສະ​ນີການ​ຜະລິດ​ອຸດສາຫະກຂອງ​ຂະ​ແໜງ​ອຸດສາຫະກຳຜະລິດປຸງ​ແຕ່ງສືບ​ຕໍ່​ເພີ່ມ​ຂຶ້ນ. ດັດ​ເສະ​ນີການ​ຜະລິດ​ອຸດສາຫະກຳ​ເດືອນ 8 ​ເພີ່ມ​ຂຶ້ນ 4,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ​ໄລ່​ລວມ 8 ​ເດືອນ, ​ເພີ່ມ​ຂຶ້ນ 5,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ຂ່າວ/ບົດ​ອື່ນ