ການປະຊຸມຂ່າວກ່ຽວກັບກອງປະຊຸມນັດສາມັນປະຈຳເດືອນ 10/2012

ການປະຊຸມຂ່າວກ່ຽວກັບກອງປະຊຸມນັດສາມັນປະຈຳເດືອນ 10/2012 - ảnh 1

ທ່ານ Vũ Đức Đam ກ່າວຄວາມເຫັນທີ່ການປະຊຸມຂ່າວ
(ພາບ: VGP/Nhật Bắc)

(vovworld) - ລັດຖະບານ​ຢືນຢັນ​ຈະ​ຄຸ້ມ​ຄອງ​ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​ໃນ​ວິວັດ​ແຫ່ງ​ການຈັດ​ຕັ້ງ, ສັບຊ້ອນ, ປ່ຽນ​ໃໝ່​ການ​ເຄື່ອນ​ໄຫວ​ຢ່າງ​ແໜ້ນ​ແຟ້ນ. ທ່ານ Vu Duc Dam ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ຫວຽດນາມ ​ໄດ້​ແຈ້ງ​ຄື​ດັ່ງກ່າວ​ໃນ​ການ​ປະຊຸມ​ຂ່າວກອງ​ປະຊຸມ​ນັດ​ສາມັນ​ປະຈຳເດືອນ 10/2012. ທ່ານ​ລັດຖະມົນຕີ Vu Duc Dam ຢືນຢັນ​ວ່າ ກຸ່ມ​ບໍລິສັດ ​ແລະ ບໍລິສັດ​​ໃຫຍ່ 21 ​ແຫ່ງ​ຈະ​ບໍ່​ຖືກຢຸດ​ຕິ​ການ​ເຄື່ອນ​ໄຫວ ຫາກ​ໄດ້​ຮັບ​ການ​ສັບ​ຊ້ອນ​ຄືນ​ໃໝ່, ກຸ່ມ​ບໍລິສັດ​ອາດ​ຈະ​ຮັກສາ​ຮູບ​ແບບ​ຂອງ​ກຸ່ມ​ບໍລິສັດ ຫຼື​ຫັນ​ເປັນ​ບໍລິສັດ​ໃຫຍ່. ຄຽງ​ຂ້າງ​ນັ້ນ, ບັນດາ​ວິ​ສາ​ຫະກິດ​ທີ່​ໄດ້​ຮັກສາ​ຮູບ​ແບບ​ກຸ່ມ​ບໍລິສັດ​ກໍ່​ຕ້ອງ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່, ​ໂດຍ​ສຸມ​ໃສ່​ບັນດາ​ຂະ​ແໜງ​ອາຊີບ​ຕົ້ນ​ຕໍ, ຂອບ​ຂະໜາດ​ເຄື່ອນ​ໄຫວ​ເໝາະ​ສົມ​ກັບ​ຄວາມ​ສາມາດ​ດ້ານ​ການ​ເງິນ, ການ​ບໍລິຫານ ​ແລະ ຕະຫຼາດ.

        ກ່ຽວ​ກັບ​ບັນຫາ​ໜີ້​ເສຍ, ທ່ານ​ລັດຖະມົນຕີ Vu Duc Dam ​ເນັ້ນ​ໜັກ​ວ່າ ລັດຖະບານ​ມອບ​ໃຫ້​ທະນາຄານ​ແຫ່ງ​ລັດ​ສ້າງ​ແຜນ​ຮ່າງ​ສັງ​ລວມກ່ຽວ​ກັບ​ການ​ແກ້​ໄຂ​ໜີ້​ເສຍ​, ມີ​ຫຼາຍ​ມາດ​ຕະການ​ແກ້​ໄຂ​ໜີ້​ເສຍ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ກ່ອນ​ທີ່​ມີ​ແຜນ​ຮ່າງ​ແລ້ວ. ທ່ານ​ໃຫ້​ຮູ້​ວ່າ, ທະນາຄານ​ແຫ່ງ​ລັດ​ຫວຽດນາມ ພວມ​ສ້າງ​ແຜນ​ຮ່າງ​ກ່ຽວ​ກັບ​ຂອບ​ຂະໜາດ​ລະອຽດ​ຂອງ​ບໍລິສັດ ​ແລະ ບັນດາ​ແຫຼ່ງທຶນ​ລະດົມ, ​ແຕ່​ລັດ​ຈະ​ບໍ່ນຳ​​ໃຊ້​ງົບປະມານ​ແຫ່ງ​ລັດ​ເພື່ອ​​ແກ້​ໄຂ​ໜີ້​ສິນແທນ​ໃຫ້​ວິ​ສາ​ຫະກິດ​ຢ່າງ​ແນ່ນອນ.

 

 

ຂ່າວ/ບົດ​ອື່ນ