ການປະຊຸມຂ່າວກ່ຽວກັບຊຸມວັນວັດທະນະທຳ ຫວຽດນາມ ແລະ ທັດສະນະຂອງຫວຽດນາມກ່ຽວກັບທະເລຕາເວັນອອກ

ການປະຊຸມຂ່າວກ່ຽວກັບຊຸມວັນວັດທະນະທຳ ຫວຽດນາມ ແລະ ທັດສະນະຂອງຫວຽດນາມກ່ຽວກັບທະເລຕາເວັນອອກ - ảnh 1
ຊຸມ​ວັນ​ວັດທະນະທຳ​ຂອງ​ຫວຽດນາມ ຢູ່​ສະຫະພັນ​ລັດ​ເຊຍ
ທັດສະນະ​ຂອງ​ຫວຽ​ດນາມ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ
(ພາບ: baotintuc.vn)


(vovworld) –  ຊຸມ​ວັນ​ວັດທະນະທຳ​ຂອງ​ຫວຽດນາມ ຢູ່​ສະຫະພັນ​ລັດ​ເຊຍ ດຳ​ເນີນ​ໄປ​ແຕ່​ວັນ​ທີ 24/06 – 01/07 ຢູ່ 3 ນະຄອນ​ໃຫຍ່​ຂອງ​ລັດ​ເຊຍ ​ແມ່ນນະຄອນຫຼວງ Moskava, St. Petersburg ​ແລະ Yaroslav. ທ່ີ​ການ​ປະຊຸມ​ຂ່າວ​ເຊິ່ງດຳ​ເນີນ​ໃນ​ວັນ​ທີ 19/06 ຢູ່​ນະຄອນຫຼວງ Moskava, ທ່ານ​ເອກ​ອັກຄະ​ລັດຖ​ະທູດ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ຟ້າ​ມຊວນ​ເຊີນ ​ເນັ້ນ​ໜັກ​ວ່າ ນີ​ແມ່ນ​ເຫດການ​ວັດທະນະທຳ​​ໃຫຍ່ ​ແລະ ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ​ແມ່ນ​ໂອກາດ​ພິ​ເສດ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ພົບ​ປະ​ແລກປ່ຽນ​ປະຊາຊົນ, ສ້າງ​ເງື່ອນ​ໄຂ​ເພື່ອ​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ.

        ທີ່​ການ​ປະຊຸມ​ຂ່າວ, ທ່ານ​ເອກ​ອັກຄະ​ລັດຖ​ະທູດ ຟ້າ​ມຊວນ​ເຊີນ ກໍ່​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບບັນດາ​ການ​ຜັນ​ແປ່​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໃນ​ປະຈຸ​ບັນ, ຕີ​ລາຄາ​ສູງ​ທັດສະນະ​ພາວະ​ວິ​ໄສ​ຂອງ​ລັດ​ເຊຍ ​ໃນ​ບັນຫາ​ຂັດ​ແຍ້​ງອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເຊິ່ງຕາມ​ນັ້ນ​ແລ້ວ, ທຸກໆ​ຝ່າຍ​ຕ້ອງ​ແກ້​ໄຂ​ບັນຫາ​ຕາມ​​ເສັ້ນທາ​ງສັນຕິພາບ, ບໍ່​ນຳ​ໃຊ້​ອາວຸດ ​ຫຼື ນາບ​ຂູ່​ນຳ​ໃຊ້​ອາວຸດ, ອີງ​ຕາມ​ກົດໝາຍ​ສາກົນ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ, ​ໃນ​ນັ້ນ​ມີ​ລັດ​ເຊຍ ສືບ​ຕໍ່​ສະໜັບສະໜູນ​ຫວຽດນາມ ​ແລະ ປະກອບ​ສ່ວນຊ່ວຍ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ ​ແນ​ໃສ່​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ