ການປະຊຸມຂ່າວກ່ຽວກັບພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງ 2015

ການປະຊຸມຂ່າວກ່ຽວກັບພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງ 2015 - ảnh 1
ການ​ປະ​ຊຸມ​ຂ່າ​ວ​ຂ​ອງ​ແຂວງ ຟູ໋​ທໍ້
(ພາບ: vovgiaothong.vn)

(vovworld) - ພິທີ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ - ງານ​ບຸນ​ວິຫານ​ຮຸ່ງ 2015, ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຟູ໋ທໍ້​ ເປັນ​ເຈົ້າພາບ​ຈັດ​ຕັ້ງ, ຈະ​ດຳ​ເນີນ​ໃນ​ເວລາ 6 ວັນ, ​ແຕ່​ວັນ​ທີ 23-28/4/2015 (ໝາຍ​ເຖິງ​ວັນ​ທີ 5-10/3 ​ໄລ່​ຕາມ​ຈັນທະ​ປະຕິທິນ)​ໃນ​ບໍລິ​ເວນ​ເຂ​ດປູຊະນີຍະສະຖານ​ປະຫວັດສາດ​ວິຫານ​ຮຸ່ງ, ນະຄອນ​ຫວຽດຈີ່ ​ແລະ ບັນດາ​ຕາ​ແສງ​ເຂດ​ແຄມ​ວິ​ຫານ. ນັ້ນ​ແມ່ນ​ຂໍ້​ມູນ​ຂ່າວ​ຈາກ​ການ​ປະຊຸມ​ຂ່າວ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຟູ໋ທໍ້ ສົມທົບ​ກັບ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ໂທລະ​ຄົມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 16/4 ຢູ່​ຮ່າ​ໂນ້ຍ.

        ​ໃນ​ພິທີງານ​ບຸນ​ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື​ພິທີ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ.  ພິທີ​ບູຊາ​ພະບັນພະບຸລຸດ ຫຼາກ​ລອງ​ກວນ, ພິທີ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​​ເຈົ້າ​ແມ່​ເອົາ​ເກີ. ນອກ​ນັ້ນຍັງ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື: ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ໄຕບັກ (ຕາ​ເວັນ​ຕົກ​ສ່ຽງ​ເໜືອ) ​ເປີດ​ກວ້າງ, ງານ​ວາງສະ​ແດງ​ເອກະສານ, ວັດຖຸ​ພັນ​ຂອງ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ທີ່ມອບ​ໃຫ້ວິຫານ​ຮຸ່ງ, ການ​ແຂ່ງຂັນ​ຕົ້ມ​ເຂົ້າຕົ້ມ, ຕຳ່​ເຂົ້າໜົມ​ໄຢ໋, ຂັບ​ຊວານ. ທ່ານ ຮ່າ​ເກ໋ຊານ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຟູ໋ທໍ້, ຫົວໜ້າ​ຄະນະ​ຈັດ​ຕັ້ງພິທີ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ - ງານ​ບຸນ​ວິຫານ​ຮຸ່ງ ປີ 2015, ​ໃຫ້​ຮູ້​ວ່າ:

        “​ໃນ​ງານ​ບຸນ​ມີການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ, ກິລາ​ກາ​ຍະ​ກຳຫຼາຍ​ຢ່າງ, ຄະນະ​ຈັດ​ຕັ້ງ​ຈະ​ສ້າງ​ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ໃຫ້​ປະຊາຊົນ​ເມື່ອ​​ໄປ​ນະມັດສະການວິຫານ​ຮຸ່ງ“.

        ທ່ານ​ຍັງ​ໃຫ້​ຮູ້​ວ່າ, ຜ່ານພິທີ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ - ງານ​ບຸນ​ວິຫານ​ຮຸ່ງ 2015 ຈະ​ສືບ​ຕໍ່​ໂຄສະນາ, ​ເຜີຍ​ແຜ່​ຢ່າງ​ກວ້າງຂວາງ​ກ່ຽວ​ກັບ “ການ​ເຊື່ອ​ຖື​ບູຊາ​ເຈົ້າ​ຊີວິດ​ຮຸ່ງ“ ​ແລະ “ຂັບ​ຊວານ​ຢູ່​ຟູ໋ທໍ້“ ​ເຊິ່ງ​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ວ່າ​ແມ່ນ​ມໍລະດົກ​ໂລກ.


ຂ່າວ/ບົດ​ອື່ນ