ການປະຊຸມຂ່າວຂອງ ກະຊວງການ ຕ່າງປະເທດ

( vovworld ) - ວັນ​ທີ 9/2, ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວທີ່ຢາກ​ໃຫ້​ຮູ້​ປະຕິກິລິຍາ​ຂອງ ຫວຽດນາມ ຕໍ່​ເລື່ອງ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ຕົກລົງ​ດຳ​ເນີນ​ການ​ສືບສວນ​ເພື່ອ​ຈັດ​ວາງ​ພາສີຕ້ານ​ການ​ຂາຍ​ເສົາ​ໄຟຟ້າ​ໃຊ້​ພະລັງ​ແຮງ​ລົມບຸບ​ລາຄານຳ​ເຂົ້າຈາກ​ຫວຽດນາມ, ທ່ານ ​ເລືອ​ງ​ແທງ​ງີ້, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໃຫ້​ຮູ້​ວ່າ:   “ກ່ອນ​ອື່ນ​ໝົດ​ຕ້ອງ​ຢືນຢັນ​ວ່າ ບັນດາ​ບໍລິສັດ​ຫວຽດນາມ​ບໍ່​ຂາຍເສົາ​ໄຟຟ້າ​ໃຊ້​ພະລັງ​ແຮງ​ລົມບຸບ​ລາຄາ​ເຂົ້າຕະຫຼາດອາ​ເມ​ລິ​ກາ. ເລື່ອງ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ຕົກລົງ​ດຳ​ເນີນ​ການ​ສືບສວນຕ້ານ​ການ​ຂາຍ​ບຸບລາຄາ​ສຳລັບ​ປະ​ເພດ​ສິນຄ້າ​ນີ້​ແມ່ນ​ບໍ​ມີ​ພື້ນຖານ, ສ່ອງ​ແສງ​ບໍ່ຖືກຕ້ອງ​ການ​ເຄື​ອ່ນ​ໄຫວ​ຜະລິດ ດຳ​ເນີນ​ທຸລະ​ກິດ​ສຳລັບ​ສິນຄ້າ​ປະ​ເພດ​ນີ້ຢູ່​ຫວຽດນາມ, ​ໄປ​ຝືນ​ກັບ​ບັນດາ​ຄຳໝັ້ນສັນຍາ​ຂອງ​ອາ​ເມ​ລິ​ກາ, ພິ​ເສດ​ແມ່ນ​ຢູ່​ກອງ​ປະຊຸມ​ ອາ​ເປ​ກ 19 ເຊິ່ງຈັດ​ຂຶ້ນ​ຢູ່​ອາ​ເມ​ລິ​ກາ​ເມື່ອ​ເດືອນ 11/2011 ສຳລັບ​ບັນຫາ​ເຕີບ​ໂຕ​ຂຽວ, ສ້າງ​ເງື່ອນ​ໄຂ​ໃຫ້ການ​ຄ້າ​ສາກົນ​ພັດທະນາ. ພວກ​ຂ້າພະ​ເຈົ້າຄິດ​ວ່າ ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ຄວນ​ແກ້​ໄຂ​ບັນຫາ​ນີ້​ຢ່າງ​ພາວະ​ວິ​ໃສ, ຍຸດຕິ​ທຳ, ​ເໝາະສົມ​ກັບຈິດ​ໃຈ​ຫັນ​ການ​ຄ້າ​ເປັນ​ເສລີ ​ແລະ​ ບັນດາ​ຄຳໝັ້ນສັນຍາຫຼາຍຝ່າຍ ​ແລະ​ ການ​ພົວພັນ​ດ້ານ​ເສດຖະກິດ-ການ​ຄ້າທີ່​ພວມ​ພັດທະນາ​ຢ່າງ​ດີງາມ​ໃນ​ປະຈຸ​ບັນ​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ”.

ການປະຊຸມຂ່າວຂອງ ກະຊວງການ ຕ່າງປະເທດ - ảnh 1

ເສົາ​ໄຟຟ້າ​ໃຊ້​ພະລັງ​ແຮງ​ລົມຢູ່​ເຈື່ອງ​ຊາ

(ພາບ:hoangsa.org)

ຂ່າວ/ບົດ​ອື່ນ