ການ​ປະ​ຊຸມ​ຂ່າວ​ນັດ​ສາ​ມັນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ

(VOVWORLD) -ທ່ານດ່ວານຄັກຫວຽດ ໃຫ້ຮູ້ວ່າ: ທ່ານຫວາງອີ ຈະພ້ອມກັບທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິນມິງ ເປັນປະທານວາລະປະຊຸມຄັ້ງທີ 13 ຄະນະຊີ້ນຳການຮ່ວມມືສອງຝ່າຍຫວຽດນາມ-ຈີນ.
ການ​ປະ​ຊຸມ​ຂ່າວ​ນັດ​ສາ​ມັນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ - ảnh 1

 (ພາບປະກອບ: Thanh Bình/ baogiaothong.vn)

  ຕອນບ່າຍວັນທີ 9 ກັນຍາ, ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ ຈັດຂຶ້ນທາງອອນລາຍ, ທ່ານດ່ວານຄັກຫວຽດ, ຮອງໂຄສົກ ກະຊວງການຕ່າງປະເທດ ໄດ້ແລກປ່ຽນບັນດາຂໍ້ມູນກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ແລະ ບັນດາການໜູນຊ່ວຍຂອງປະຊາຄົມໂລກໃຫ້ແກ່ຫວຽດນາມ. ທ່ານດ່ວານຄັກຫວຽດ ໃຫ້ຮູ້ວ່າ:

ເພື່ອຮັບປະກັນການປະຕິບັດເປົ້າໝາຍຄວບຄູ່ທັງປ້ອງກັນ, ຕ້ານໂລກລະບາດ ທັງພັດທະນາເສດຖະກິດ, ບັນດາອົງການມີໜ້າທີ່ຮັບຜິດຊອບຂອງຫວຽດນາມ ກໍ່ພວມຊຸກຍູ້ເພື່ອສາມາດຜັນຂະຫຍາຍ ປາສປອດວັກຊິນ (ປາສປອດສຸຂະພາບເອເລກໂຕນິກ) ແລະ ດັດປັບບັນດາຂໍ້ກຳນົດກ່ຽວກັບການເຂົ້າອອກເມືອງ ສ້າງເງື່ອນໄຂສະດວກກ່ວາອີກໃຫ້ບັນດານັກຊ່ຽວຊານ ຜູ້ອອກແຮງງານ ແລະ ນັກລົງທຶນຕ່າງປະເທດເຂົ້າມາຫວຽດນາມ.

ທ່ານ ດ່ວານຄັກຫວຽດ ໄດ້ຂອບອົກຂອບໃຈບັນດາປະເທດ, ເພື່ອນມິດສາກົນ ແລະ ບັນດາຄູ່ຮ່ວມມືທີ່ໄດ້ໜູນຊ່ວຍ, ສະໜັບສະໜູນຫວຽດນາມ ໃນວຽກງານ ປ້ອງກັນ, ຕ້ານໂລກລະບາດໂອວິດ 19 ແລະ ເຊື່ອໝັ້ນວ່າ, ດ້ວຍການໜູນຊ່ວຍຂອງປະຊາຄົມໂລກ, ພ້ອມກັບຄວາມມານະພະຍາຍາມຂອງລັດຖະບານ ແລະ ປຊຊ ຫວຽດນາມ, ຫວຽດນາມ ຈະຜ່ານຜ່າໂລກລະບາດໂດຍໄວ.

ກ່ຽວກັບຂ່າວທ່ານກຳມະການລັດຖະບານ, ລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ໄປຢ້ຽມຢາມຫວຽດນາມ, ທ່ານ ດ່ວານຄັກຫວຽດ ໃຫ້ຮູ້ວ່າ: ທ່ານ ຫວາງອີ ຈະພ້ອມກັບທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິນມິງ ເປັນປະທານວາລະປະຊຸມຄັ້ງທີ 13 ຄະນະຊີ້ນຳການຮ່ວມມືສອງຝ່າຍຫວຽດນາມ-ຈີນ, ພ້ອມທັງຈະເຂົ້າຢ້ຽມຂ່ຳນັບບັນດາການນຳຫວຽດນາມ:

ສອງຝ່າຍຈະແລກປ່ຽນໂດຍກົງກ່ຽວກັບບັນດາມາດຕະການບັນດາບັນຫາໃນການພົວພັນລະຫວ່າງສອງປະເທດ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ ຊຸກຍູ້ການພົວພັນສອງປະເທດໃຫ້ສືບຕໍ່ພັດທະນາ. ບັນຫາສອງປະເທດພວມມີຄວາມສົນໃຈໃນປະຈຸບັນ ແມ່ນການຮ່ວມມືເພື່ອປ້ອງກັນ ຕ້ານໂລກລະບາດ, ໃນນັ້ນມີການໜູນຊ່ວຍວັກຊິນ, ເຄື່ອງອຸປະກອນການແພດ.

ກ່ຽວກັບການພົວພັນລະຫວ່າງຫວຽດນາມ-ອາເມລິກາ, ທ່ານດ່ວານຄັກຫວຽດ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນອັນດັບໜຶ່ງ. ການນຳສອງປະເທດ ເຫັນດີເປັນເອກະພາບຈະຍູ້ແຮງການຮ່ວມມືສອງຝ່າຍກ່ວາອີກໃນບັນດາຂົງເຂດການຄ້າ ການລົງທຶນ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ…

 

ຕອບກັບ

ຂ່າວ/ບົດ​ອື່ນ