ການປະຊຸມຂ່າວນັດສາມັນປະຈຳເດືອນ 5 ຂອງລັດຖະບານ

ການປະຊຸມຂ່າວນັດສາມັນປະຈຳເດືອນ 5 ຂອງລັດຖະບານ - ảnh 1
ທ່ານລັດຖະມົນຕີ, ຫົວໜ້າຫ້ອງ​ວ່າການ​ລັດຖະບານ​ຫວຽດນາມ ຫງວຽນ​ວັນ​ເນັນ ​ໄດ້​ເປັນ​ປະທານ​ການ​ປະຊຸມ​ຂ່າວນັດ​ສາມັນ​ປະຈຳ​ເດືອນ 5 ຂອງ​ລັດຖະບານ
(ພາບ:http://baodientu.chinhphu.vn/)

(vovworld)- ຕອນ​ບ່າຍ​ວັນ​ທີ 29/5, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ການ​ປະຊຸມ​ຂ່າວ​ນັດ​ສາມັນ​ປະຈຳ​ເດືອນ 5 ຂອງ​ລັດຖະບານ ​ເພື່ອ​ແຈ້ງ​ຂ່າວ​ກ່ຽວ​ກັບ​ຫຼາຍ​ບັນຫາ​ເສດຖະກິດ​ສັງຄົມ​ທີ່​​ໄດ້​ຮັບ​ຄວາມສົນ​ໃຈ. ທ່ານລັດຖະມົນຕີ, ຫົວໜ້າຫ້ອງ​ວ່າການ​ລັດຖະບານ​ຫວຽດນາມ ຫງວຽນ​ວັນ​ເນັນ ​ໄດ້​ເປັນ​ປະທານ​ການ​ປະຊຸມ​ຂ່າວ. ຕອບ​ສຳພາດ​ນັກ​ຂ່າວ​ກ່ຽວ​ກັບກໍລະນີຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ໃນ​ເຂດ​ຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມນັ້ນ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງ​ວ່າການ​ລັດຖະບານ​ຫວຽດນາມ ຫງວຽນ​ວັນ​ເນັນ ຢືນຢັນ​ວ່າ ນີ້ແມ່ນ​ການ​ກະທຳ​ລ່ວງ​ລະ​ເມີດ​ຢ່າງ​ຮ້າຍ​ແຮງ​ຕໍ່​ອະທິປະ​ໄຕ​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ; ລ່ວງ​ລະ​ເມີດ​ກົດໝາຍ​ສາກົນ. ກ່ຽວ​ກັບ​ວິທີ​ດຳ​ເນີນການ​ຮ້ອງ​ຟ້ອງຈີນ​ຢູ່​ສານ​ສາກົນ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງ​ວ່າການ​ລັດຖະບານ​ຫວຽດນາມ ຫງວຽນ​ວັນ​ເນັນ ​ໃຫ້​ຮູ້​ວ່າ : ຫວຽດນາມ​ໄດ້​ກະກຽມ​ສຳ​ເນົາ​ເອກະສານ​ກ່ຽວ​ກັບ​ເລື່ອງ​ນີ້​ແລ້ວ. ​ໃນ​ໄລຍະ​ປະຈຸ​ບັນ, ຊາວ​ປະມົງ​ເອງ​ແມ່ນ​ຜູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ, ດັ່ງ​ນັ້ນ, ລັດຖະບານ​ຈະ​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ນູນຊ່ວຍ​ຊາວ​ປະມົງ​ປະກອບ​ອາຊີບ​ຫາ​ປາ​ຢູ່​ທະ​ເລ. ທ່ານລັດຖະມົນຕີ, ຫົວໜ້າຫ້ອງ​ວ່າການ​ລັດຖະບານ​ຫວຽດນາມ ຫງວຽນ​ວັນ​ເນັນ ຊີ້​ແຈ້ງວ່າ :

“ ຄວາມ​ເຫັນ​ດີ​ເປັນ​ເອກະສັນ​ທີ່​ກອງ​ປະຊຸມ​ລັດຖະບານຄັ້ງ​ນີ້ ​ແມ່ນ​ໃຫ້​ຊາວ​ປະມົງ​ໄດ້​ກູ້​ຢືມ​ເງິນ​ດ້ວຍ​ຄ່າ​ດອກ​ເບ້ຍ​ຕ່ຳ​ຄື 3% ​ໃນ​ໄລຍະ 10 ປີ​ເພື່ອ​ຕໍ່​ກຳ​ປັ່ນ​ໃໝ່ ​ແລະ ຍົກ​ລະດັບ​ເປັນ​ກຳ​ປັ່ນ​ຫຸ້ມ​ເຫຼັກ, ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ຫາ​ປາ​ຢູ່​ໄກ​ຝັ່ງ, ທັງ​ນີ້​ກໍ​ຊ່ວຍ​ໃຫ້​ຊາວ​ປະມົງ​ອຸ່ນ​ອຽນ​ໃຈ, ​ໄປ​ຫາ​ປາ​ຢູ່​ໄກ​ຝັ່ງ ​ແລະ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ໝູ່​ເກາະ​ທະ​ເລ​ຂອງ​ປະ​ເທດ​ຊາດ”

 ກ່ຽວ​ກັບ​ວຽກ​ງານ​ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​ເສດຖະກິດ​ຢູ່​ແຂວງ​ຮ່າ​ຕິ້ງ ​ແລະ ບີ​ງ​ເຢືອງ​ໃນ​ໄລຍະ​ທີ່​ຜ່ານ​ມາ, ທ່ານພົນ​ຕີຮ່ວາງ​ກົງ​ຕືຫົວໜ້າ​ອົງການ​ສືບສວນ​ກະຊວງ​ຕ່ຳ​ຫຼວດ​ໃຫ້​ຮູ້​ວ່າ ທາງ​ກະຊວງ​ໄດ້​ຊີ້​ນຳ​ຈັດ​ສົ່ງ​ກຳລັງ​ໄປ​ປົກ​ປັກ​ຮັກສາ​ຊີວິດ​ອີນຊີ ​ແລະ ຊັບ​ສິນ​ຂອງ​ນັກ​ລົງທຶນ​ຕ່າງປະ​ເທດ ​ແລະ ນຳ​ຕົວ​ພວກ​ກະທຳ​ຜິດ​ຂຶ້ນ​ສານ​ດຳ​ເນີນ​ຄະດີ. ກ່ຽວ​ກັບ​ມາດ​ຕະການ​ແກ້​ໄຂ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ທ່ານພົນ​ຕີຮ່ວາງ​ກົງ​ຕື ​ໃຫ້​ຮູ້​ວ່າ :

   “ ຕ້​ອງ​ປະຕິບັດບັນດາ​ມາດ​ຕະການ​​ແກ້​ໄຂ​ຢ່າງ​ຄົບ​ຊຸດ, ​ໃນ​ນັ້ນ​ມີ​ມາດ​ຕະການ​ປຸກລະດົມ, ຂົນຂວາຍ​ມະຫາຊົນ ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ທັດສະນະ​ຊີ້​ນຳ​ອັນ​ຖືກຕ້ອງ​ຂອງ​ພັກ ​ແລະ ລັດ, ບໍ່​ຟັງ​ຄວາມ​ຍຸຍົງ​ສົ່ງ​ເສີມ​ຂອງ​ພວກ​ຄົນ​ທີ່​ບໍ່​ດີ. ພ້ອມ​ກັນ​ນັ້ນ ກໍ​ເພີ່ມ​ທະວີກຳລັງ​ໄປ​ປົກ​ປັກ​ຮັກສາ​ຊີວິດ​ອີນຊີ ​ແລະ ຊັບ​ສິນ​ຂອງ​ນັກ​ລົງທຶນ​ຕ່າງປະ​ເທດຢູ່​ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​​ເສດຖະກິດ, ​ເຂດ​ຜະລິດ​ສົ່ງ​ອອກ...” 

ຂ່າວ/ບົດ​ອື່ນ