ການປະຊຸມຂ່າວປິດປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ

(VOVWORLD) - ຕອນເຊົ້າວັນທີ 20 ທັນວາ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ມີການພົບປະເຈລະຈາກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງສປປລາວ ບຸນຍັງ ວໍລະຈິດ ທີ່ພວມຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ.
ການປະຊຸມຂ່າວປິດປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ - ảnh 1

ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ສະແດງຄວາມເບີກບານມ່ວນຊື່ນກ່ຽວກັບສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ທີ່ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງໃນທຸກຂົງເຂດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີລາຄາສູງເລື່ອງ 2 ປະເທດໄດ້ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວຂອງປີສາມັກຄີມິດຕະພາບຫວຽດນາມ - ລາວ ສຳເລັດຜົນ, ເນັ້ນໜັກວ່າ, ບັນດາຜົນສຳເລັດນັ້ນມີຄວາມໝາຍຢ່າງຮອບດ້ານ ແລະ ເລິກເຊິ່ງ, ແມ່ນເຫດການສຳຄັນຍິ່ງທາງດ້ານຊີວິດການເມືອງຂອງປະຊາຊົນ 2 ປະເທດ, ແມ່ນຂີດໝາຍສຳຄັນໃນການພົວພັນຫວຽດນາມ - ລາວ. ທ່ານປະທານປະເທດ ສະເໜີໃຫ້ 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຍົກສູງຄຸນນະພາບບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ; ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງແໜ້ນແຟ້ນ; ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ການຄ້າ… ລະຫວ່າງ 2 ປະເທດ. 2 ຝ່າຍຄວນສືບຕໍ່ເພີ່ມທະວີ, ແລກປ່ຽນຂໍ້ມູນຂ່າວສານຢ່າງທັນການ ແລະ ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ແລະ ກໍ່ໃນຕອນເຊົ້າວັນທີ 20 ທັນວາ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ ໄດ້ເປັນປະທານການປະຊຸມຂ່າວ ປະກາດປິດປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ. ກ່າວຄວາມເຫັນທີ່ການປະຊຸມຂ່າວ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຢືນຢັນວ່າ:

        “ທັງປີ 2017 ໄດ້ກາຍເປັນວັນບຸນລວມຂອງປະຊາຊົນສອງປະເທດ - “ວັນບຸນແຫ່ງຄວາມສາມັກຄີ ຫວຽດນາມ - ລາວ, ລາວ - ຫວຽດນາມ“ ແລະໄດ້ປະສົບຜົນສຳເລັດຢ່າງຈົບງາມ, ເປັນປີທີ່ເຕັມໄປດ້ວຍຄວາມປະທັບໃຈ ແລະ ມີຄວາມໝາຍຢ່າງເລິກເຊິ່ງໃນຊີວິດທາງດ້ານກນເມືອງ - ສັງຄົມ ແລະ ເປັນຂີດໝາຍສຳຄັນໃນການພົວພັນ ຫວຽດນາມ - ລາວ, ບັນດາການເຄື່ອນໄຫວສະເຫຼີມສະຫຼອງນັ້ນ ໄດ້ສ້າງເປັນຂະບວນການແຂ່ງຂັນ, ມີກຳລັງແຜ່ຂະຫຍາຍຢ່າງແຮງ, ແມ່ນໂອກາດເພື່ອສືບຕໍ່ບຳລຸງ, ຍົກສູງລະດັບຄວາມຮູ້ຂອງບັນດາຂະແໜງການ, ທຸກຂັ້ນ ແລະ ທ້ອງຖີ່ນຕ່າງໆ, ກໍ່ຄືປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງມູນເຊື້ອສຳພັນທະມິດຕໍ່ສູ້ພິເສດ, ການສະໜັບສະໜູນຢ່າງສຸດຈິດສຸດໃຈລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນກໍ່ຄືໃນພາລະກິດສ້າງສາ ແລະ ພັດທະນາຢູ່ແຕ່ລະປະເທດໃນປັດຈຸບັນ“.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ເຫັນດີຕີລາຄາສູງບັນດາບາດກ້າວພັດທະນາຢ່າງແຮງຂອງສາຍພົວພັນລະຫວ່າງ 2 ປະເທດໃນໄລຍະຜ່ານມາໃນທຸກຂົງເຂດ ນັບແຕ່ດ້ານການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ ຕະຫຼອດຮອດເສດຖະກິດ, ສັງຄົມ; ແຈ້ງໃຫ້ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊາບກ່ຽວກັບໝາກຜົນແຫ່ງການຜັນຂະຫຍາຍບັນດາການເຄື່ອນໄຫວທີ່ອຸດົມສົມບູນ, ແທດຈິງຢູ່ລາວ ໃນຂອບເຂດປີສາມັກຄີ, ມິດຕະພາບ, ເພື່ອແນໃສ່ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ - ຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດລາວ ຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນລາວ ຈະສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ພ້ອມກັບພັກ, ລັດ ແລະ ປະຊາຊົນຫວຽດນາມ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ, ລາວ - ຫວຽດນາມ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ