ການປະຊຸມຂ່າວປະກາດຂໍ້ຕົກລົງອະໄພຍະໂທດປີ2016

ການປະຊຸມຂ່າວປະກາດຂໍ້ຕົກລົງອະໄພຍະໂທດປີ2016 - ảnh 1ການປະຊຸມຂ່າວປະກາດຂໍ້ຕົກລົງອະໄພຍະໂທດປີ2016

(vovworld) –  ​​ຕອນ​ເຊົ້າວັນ​ທີ 30/11, ​ຢູ່​ຮ່າ​ໂນ້ຍ, ຫ້ອງວ່າ​ການສຳ​ນັກ​ງານ​ປະ​ທານ​ປະ​ເທດ​ໄດ້​ສົມ​ທົບ​ກັບ​ກະ​ຊວງ​ຕຳຫຼວ​ດ, ສານ​ປະ​ຊາ​ຊົນ​ສູງ​ສຸດ, ກະ​ຊວງ​ການ​ຕ່າງ​ປະ​ເທດ, ຫ້ອງວ່າ​ການ​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ໄດ້​ຈັດ​ຕັ້ງ​ການ​ປະ​ຊຸມ​ຂ່າວ​ສາ​ກົນ​ປະ​ກາດ​ຂໍ້​ຕົກ​ລົງ​ອະ​ໄພ​ຍະ​ໂທ​ດ​ປີ 2016 ຂອງ​ປະ​ທານ​ປະ​ເທດ ໃຫ​້​ແກ່​ບັນ​ດາ​ນັກ​ໂທດ. ທີ່​ການ​ປະ​ຊຸ​ມ​ຂ່າວ, ທ່ານ ຢ່າງ​ເຊີນ, ຮອງ​ຫົວ​ໜ້າ​ຜູ້​ປະ​ຈຳ​ການ​ຫ້ອງວ່າ​ການ​​ສຳ​ນັກ​ງານປະ​ທານ​ປະ​ເທດ ໃຫ້​ຮູ້​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ໂດຍ​ເລີ່ມ​ມາ​ຈາກ​ທ​າດ​ແທ້​ມະ​ນຸດ​ສະ​ທຳ​ຂອງ​ພັກ, ລັດ ສ​ສ ຫວຽດ​ນາມ ໄດ້​ດຳ​ເນີນ​ການ​ອະ​ໄພ​ຍະ​ໂທ​ດ​ເປັນຫຼາຍ​ຄັ້ງ​ໃຫ້​ບັນ​ດາ​ນັກ​ໂທດ​ມີ​ການດັດ​​ສ້າງ, ອອກ​ແຮງ​ງານ, ຮ່ຳ​ຮຽນ​ເປັນ​ຢ່າງ​ດີ, ກັບ​ຄືນ​ສູ່​ວົງ​ຄະ​ນະ​ຍາດ ແລະ ບັນ​ດາ​ນັກ​ໂທດ​ພວມ​ຖືກ​ໂຈະ​ການ​ປະ​ຕິ​ບັດ​ໂທດ ມີ​ເງື່ອນ​ໄຂ​ຕາມ​ຂໍ​້​ກຳ​ນົດ​ຂອງ​ກົດ​ໝາຍ. ການ​ອະ​ໄພ​ຍະ​ໂທດ​ປີ 2016  ອີກ​ຄັ້ງ​ໜຶ່ງ​ໄດ້​ສືບ​ຕໍ່​ຢັ້ງ​ຢືນ​ນະ​ໂຍ​ບາຍອະ​ນຸ​ໂລມຂອງ​ພັກ, ລັດ ແລະ ມູ​ນ​ເຊື້ອ​ມະ​ນຸດ​ສະ​ທຳ​ຂອງ​ຊາດ ຫວຽດ​ນາມ ສຳ​ລັບ​ບັນ​ດາ​ຜູ້​ຖືກ​ລົງ​ໂທ​ດ, ສົ່ງ​ເສີມ​ໃຫ້​ເຂົາ​ເຈົ້າ​ຝຶກ​ຝົນຫຼໍ່ຫຼອມ​ເພື່ອ​ກາຍ​ເປັນ​ຜູ້​ມີ​ຜົນ​ປະ​ໂຫຍດ​ຕໍ່​ສັງ​ຄົມ.

        ປີ 2016, ປະ​ທານ​ປະ​ເທດ​ໄດ້​ເຊັນ​ຂໍ້​ຕົກ​ລົງ​ອະ​ໄພ​ຍະ​ໂທ​ດ​ກ່ອນ​ກຳ​ນົດ​ເວ​ລາ​ໃຫ້​ນັກ​ໂທດ 4.180 ຄົນ. ໃນ​ນັ້ນ​ມີ 14 ຄົນ​ຖື​ສັນ​ຊາດ​ຕ່າງ​ປະ​ເທດ. ຜູ້​ມີ​ອາ​ຍຸ​ສູງ​ສຸດແມ່ນ 84 ປີ,ຜູ້​ອາ​ຍຸ​ດ​ໜ້ອ​ຍ​ສຸດ​ແມ່ນ 16 ຄົນ. ຂໍ້​ຕົກ​ລົງ​ອະ​ໄພ​ຍະ​ໂທດ​ປີ 2016 ຂ​ອງ​ປະ​ທາ​ປະ​ເທດ​ມີ​ຜົນ​ສັ​ກ​ສິດ​ນັບ​ແຕ່​ວັນ​ທີ 1/12/2016 ເປັນ​ຕົ້ນ​ໄປ.


ຂ່າວ/ບົດ​ອື່ນ