ການປະຊຸມຂ່າວປະກາດໝາກຜົນຂອງການເຈລະຈາຂັ້ນສູງຫວຽດນາມ - ຮູງກາຣີ

ການປະຊຸມຂ່າວປະກາດໝາກຜົນຂອງການເຈລະຈາຂັ້ນສູງຫວຽດນາມ - ຮູງກາຣີ - ảnh 1
​ປະ​ທານສ​ະ​ພາ​ແຫ່ງ​ຊາດ 2 ປະ​ເທ​ດ ທີ່​ການ​ປະ​ຊຸມ​ຂ່າວ

(vovworld) - ພາຍຫຼັງ​ການ​ເຈ​ລະ​ຈາ​ໃນ​ວັນ​ທີ 10/4, ທ່ານ​ນາງ​ປະ​ທາ​ນ​ສ​ະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຮູງ​ກາ​ຣີ Laszlo Kover  ​ໄດ້ພົບ​ປະ​ກັບ​ສື່ມວນ​ຊົນ, ປະ​ກາດ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ແບ່ງ​ປັນ​ກ່ຽວ​ກັບ​ເລື່ອງ 2 ຝ່າຍ​ເຫັນ​ດີ​ໂດຍ​ຖື​ວ່າ ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ລະ​ຫວ່າງ 2 ປ​ະ​ເທດ​ຍັງບໍ່​ທັນ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອມ ແລະ ຄວາມ​ປາດ​ຖະ​ໜາ​ຂອງ 2 ຝ່າຍ​ເທື່ອ. ຈາກນັ້ນ, ໄດ້​ເປັນ​ເອ​ກະ​ພາບ​ຊຸກ​ຍູ້​ຢ່າງ​ແຮງ​ກ່​ວາ​ອີກ, ພິ​ເສດ​ແມ່ນ​ບັນ​ດາ​ຂົງ​ເຂ​ດ​ເຊິ່ງ ຫວຽດ​ນາມ ມີ​ຄວາມ​ຕ້ອງ​ການ ແລະ ຮູງ​ກາ​ຣີ ມີ​ທ່າ​ແຮງ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ເປັນ​ເອ​ກະ​ພາບ​​ນຳກັນ​ຕີ​ລາ​ຄາ​ລວມ​ໃນ​ທ​ຸກໆ​ຂົງ​ເຂດ, ໃນ​ນັ້ນ​ມີ​ການ​ພົວ​ພັນ​ຂອງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ. ພວກ​ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ມີ​ການ​ແລກ​ປ່ຽນ​ບັນ​ດາ​ຄະ​ນະ​ເພື່ອ​ຊ​ຸກ​ຍູ້​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ເຊິ່ງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ໄດ້​ລົງ​ນາມ​ແລ້ວ. ພິ​ເສດ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ ຍາມ​ໃດ​ກໍ່​ຈະ​ສ​ະ​ໜັບ​ສະ​ໜູນ, ທາບ​ທາມ​ຄວາມ​ເຫັນ​ເຊິ່ງ​ກັນ ແລະ ກັນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ, ລັດ​ຖະ​ສະ​ພາ​ສາ​ກົນ.”

                                           

ຕອບກັບ

ຂ່າວ/ບົດ​ອື່ນ