ການປະຊຸມຂ່າວປະຈຳ ເດືອນເມສາຂອງກະຊວງ ການຕ່າງປະເທດ ຫວຽດນາມ

ການປະຊຸມຂ່າວປະຈຳ ເດືອນເມສາຂອງກະຊວງ ການຕ່າງປະເທດ ຫວຽດນາມ - ảnh 1
(ພາບ:ອິນ​ເຕີ​ແນັດ)

( vovworld ) –  ​ຕອນ​ບ່າຍ​ວັນ​ທີ 10/5, ​ໃນການ​ປະຊຸມ​ຂ່າວປະຈຳ​ເດືອນ​ເມສາ ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ທ່ານ Luong Thanh Nghi ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ຢັ້ງຢືນ​ອີ​ກເທື່ອ​ໜື່ງອະທິປະ​ໄຕ​ທີ່​ບໍ່​ສາມາດ​ໂຕ້​ຖຽງ​ໄດ້​ຂອງ ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ Truong Sa ​ແລະ Hoang Sa. ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ ຫວຽດນາມ ທີ່​ມີ​ຕໍ່​ເລື່ອງ​ບັນດາ​ເຈົ້າໜ້າ​ທີ່​ໄຕ​ຫວັນ, ຈີນ, ​ໄດ້​ປະກາດ​ອະທິປະ​ໄຕ​ທີ່​ມີ​ຕໍ່​ເກາະ Ba Binh ຂຶ້ນ​ກັບ​ເຂດ​ໝູ່​ເກາະ Truong Sa ຂອງ ຫວຽດນາມ ກໍ່​ຄື​ເລື່ອງ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ຈີນ​ ໄດ້​ຜັນ​ຂະ​ຫຍາ​ຍການ​ກໍ່ສ້າງ​ບັນດາ​ຮ້ານ​ເຈາະ​ຂຸດ​ຄົ້ນນ້ຳມັນ​ອາຍ​ແກັດຂະໜາດ​ໃຫ່ຍຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ. ທ່ານ  Luong Thanh Nghi ຊີ້​ແຈ້ງວ່າ:  

   “ຫວຽດນາມ ຄັດຄ້ານ​ເລື່ອງ​ເຈົ້າໜ້າ​ທີ່​ໄຕ​ຫວັນ ຈຳນວນ 1 ​ໄດ້​ໄປ​ເກາະ Ba Binh ຂຶ້ນ​ກັບ​ເຂດ​ໝູ່​ເກາະ Truong Sa ​ແລະ ປະກາດ​ອະທິປະ​ໄຕ​ທີ່​ມີ​ຕໍ່​ເກາະ​ແຫ່ງ​ນີ້. ນີ້​ແມ່ນ​ການ​ກະທຳ​ລະ​ເມີດ​ອະທິປະ​ໄຕ​ຂອງ ຫວຽດນາມ ທີ່​ມີ​ຕໍ່ເຂດ​ໝູ່​ເກາະ Truong Sa, ກໍ່​ຄວາມ​ເຄັ່ງ​ຕຶງ ​ແລະ ​ເຮັດ​ໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ສັບສົນ​ຂຶ້ນ​ຕື່ມ. ຫວຽດນາມ ຮຽກຮ້ອງ​ໃຫ້​ໄຕ​ຫວັນ ຈົ່ງ​ຢຸດຕິ​ບັນດາ​ການ​ກະທຳ​ອັນ​ພິດ​ພາດ​ເຫຼົ່ານັ້ນ. ການ​ເຄື​ອ່ນ​ໄຫວ​ຂອງ​ປະ​ເທດ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ປະຕິບັດ​ຕາມ​ກົດໝາຍ​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ສົນທິສັນຍາ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 ​ແລະ ສອດ​ຄ່ອງ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຂໍ້​ກຳນົດປະພຶດ​ຕໍ່​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບໍ່​ລະ​ເມີດ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ​ຂອງ​ປະ​ເທດ​ອື່ນໆ“.

 

ຂ່າວ/ບົດ​ອື່ນ