ການປະຊຸມຂ່າວລັດຖະບານປະຈຳເດືອນ4

ການປະຊຸມຂ່າວລັດຖະບານປະຈຳເດືອນ4 - ảnh 1
ທ່ານ ມາຍ​ຕ໋ຽ​ນ​ຢຸງ ກ່າວ​ຄຳ​ເຫັນ ທີ່ການ​ປະ​ຊຸມ​ຂ່າວ
(ພາບ: VGP/NhatBac)


(vovworld)-​ ໃນ​ຕອນ​ບ່າຍ ​ວັນ​ທີ 5/5, ຫ້ອງວ່າ​ການ​ລັດ​ຖະ​ບານ​ ຈັດ​ການ​ປະ​ຊຸມ​ຂ່າວ, ນີ້​ແມ່ນ​ວາ​ລະ​​ປະ​ຊຸມ​ປະ​ຈຳ​ເດືອນ ຄັ້ງ​ທຳ​ອິດ ພາຍຫຼັງ​ລັດ​ຖະ​ບານ​ຊຸດ​ທີ 8 ໄດ້​ຮັບ​ການປັບ​ປຸງ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້,  ທ່ານ ມາຍ​ຕ໋ຽ​ນ​ຢຸງ ລັດ​ຖະ​ມົນ​ຕີ​ວ່າ​ການ, ຫົວ​ໜ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ໃຫ້​ຮູ້​ວ່າ: ໃນ​ວາ​ລະ​ກອງ​ປະ​ຊຸມ​ປະ​ຈຳ​ເດືອນ ຄັ້ງ​ທຳ​ອິດ​ ຂອງ​ລັດ​ຖະ​ບານ, ​ມີ​ທິດ​ທາງ​ໃຫຍ່​ໄດ້​ຮັບ​ການກຳ​​​ນົດ ນັ້ນ​ແມ່ນ​ຄວາມຕັດ​ສີນ​ໃຈ ກໍ່​ສ້າງ​ລັດ​ຖະ​ບານ​ຊື່​ສັດ​ບໍ​ລິ​ສຸດ, ເປັນ​ລັດ​ຖະ​ບານ​ທີ່​ມີ​ປະ​ສິດ​ທິ​ຜົນ ​ບໍ່​ມີ ການ​ສໍ້​ລາດ​ບັງຫຼວງ, ໄພ​ຫຍໍ້​ທໍ້, ການຟຸມ​ເຟືອຍ, ແມ່ນ​ລັດ​ຖະ​ບານ​ທີ່​ເປັນ​​ແບບ​ຢ່າງ​ໃຫ້​ສັງ​ຄົມ ກ່ຽວ​ກັບ​ເລື່ອງ​ເວົ້າ​ໄປ​ຄຽງ​ຄູ່​ກັບ​ການ​ກະ​ທຳ.

         ທ່ານ ມາຍ​ຕ໋ຽ​ນ​ຢຸງ ລັດ​ຖະ​ມົນ​ຕີ​ວ່າ​ການ ເນັ້ນ​ໜັກ​ວ່າ: ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກໍ່​ຮຽກ​ຮ້ອງ​​ໃຫ້ປັບ​ປຸງ​​ລະ​ບຽບ​ກົດ​ໝາຍ​ຂອງ​​ລັດ, ເປັນ​ຕົ້ນ​ແມ່ນ​ໃນ​ຂົງ​ເຂດ​ການ​​ບໍ​ລິ​ຫ​ານ ລັດ.

        ວາ​ລະ​ປະ​ຊຸມ​ປະ​ຈຳເດືອນຄັ້ງນີ້ ລັດ​​ຖະ​ບານກໍ່​ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິດ​ສັງ​ຄົມ ເດືອນ 4 ແລະ 4 ເດືອນ​ຕົ້ນ​ປີ. ລັ​ດ​ຖະ​ບານ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ສະ​ພາບ​ເສດ​ຖະ​ກິດ​ສັງ​ຄົມ 4 ເດືອນ ດ້ວຍ​ບັນ​ດາ​ຈຸດ​ລວມ​ເຊັ່ນ: ເສດ​ຖະ​ກິດ​ມະ​ຫາ​ພາກ ມີ​ສະ​ຖຽນ​ລະ​ພາບ​ພໍ​ສົມ​ຄວນ, ໄຕ​ມາດ 1 ບັນ​ລຸໄດ້​ ​ລະ​ດັບ​​ເຕີບ​ໂຕ​ສູງກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ການດຶງ​ດູດ​​​ທຶນ​ຈາກ​ຕ່າງ​ປະ​ເທດເຕີບ​ໂຕດີ, ການພັດ​ທະ​ນາ​ວິ​ສາ​ຫະ​ກິດ ມີ​ບາດ​ກ້າ​ວ​ຫັນ​ປ່ຽນ​​ຢ່າງ​ແຮງ…

        ​ຄາດ​ໝາຍ​ຂອງ​ລັດ​ຖະ​ບານ​ແມ່ນ​ ຮັບ​ປະ​ກັນ​​ໃຫ້​ເສດ​ຖະ​ກິດ​​ມະ​ຫາ​ພາກມີສະ​ຖຽນ​ລະ​ພາບ​ ມະ​ຫາ​ພາກ ແຕ່ຍັງ​ຕ້ອງ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ ກ່ຽວ​ກັ​ບ​​ຄາດ​ໝາຍ​ເຕີບ​ໂຕ ໃນປີ 2016.

ຂ່າວ/ບົດ​ອື່ນ