ການປະຊຸມຂ່າວສາກົນ ກ່ຽວກັບສະພາບການ ຢູ່ທະເລຕາເວັນອອກ

(vovworld)- ວັນ​ທີ 23/5, ຢູ່​ຮ່າ​ໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ​ໄດ້​ຈັດການ​ປະຊຸມ​ຂ່າວ​ເພື່ອ​ແຈ້ງ​ໃຫ້​ຊາບ​ລາຍ​ລະອຽດ​ກ່ຽວ​ກັບ​ການ​ຜັນ​ແປ​ໃນ​ຕົວ​ຈິງ​ທີ່​ຫຼ້າ​ສຸດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສະໜອງ​ບັນດາ​ພະຍານ​ຫຼັກ​ຖານ​ດ້ານ​ກົດໝາຍ​ເພື່ອ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່ 2 ໝູ່​ເກາະ​ຮວ່າງຊາ ​ແລະ ​ເຈືອງ​ຊາ​, ພ້ອມ​ທັງ​ປະຕິ​ເສດ​ບັນດາ​ຂໍ້​ກ່າວ​ຫາ, ຖິ້ມ​ໂທດ​ໃສ່​ຫວຽດນາມ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຍົກ​ອອກ​ຖ້ອຍ​ທຳນອງ​ທີ່​ຜິດ​ພາດກ່ຽວ​ກັບ​ອັນ​ທີ່​ເອີ້ນ​ວ່າ ອະທິປະ​ໄຕ​ຂອງ​ຈີນ​ຢູ່​ຮ່ວາງ​ຊາ.

ການປະຊຸມຂ່າວສາກົນ ກ່ຽວກັບສະພາບການ ຢູ່ທະເລຕາເວັນອອກ - ảnh 1
ການປະຊຸມຂ່າວສາກົນກ່ຽວກັບສະພາບການຢູ່ທະເລຕາເວັນອອກ
(ພາບ: bongoaigiao)

    ​​ເລີ່​ມຕົ້ນ​ການ​ປະຊຸມ​ຂ່າວ, ທ່ານ​ເລ​ຫາຍ​ບີ​ງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ຊີ້​ແຈ້ງວ່າ : ​ໂດຍ​ບໍ່​ຫົວຊາ​ຕໍ່​ການສະ​ເໜີ​ຂອງ​ຫວຽດນາມ​​ໃນ​ຂັ້ນ​ຕ່າງ​ໆ​ເພື່ອ​ແກ້​ໄຂ​ສະພາບ​ການ, ​ຈີນ​ບໍ່​ພຽງ​ແຕ່​ຕອບ​ສະໜອງ​ເທົ່າ​ນັ້ນ, ຫາກ​ຈີນ​ໃນ​ມໍ່ໆ​ມາ​ນີ້​ພັດ​ຍົກ​ອອກ​ຂ່າວໆ​ທີ່​ຜິດພາດ​ກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່ໝູ່​ເກາະ​ຮວ່າງຊາ. ຫວຽດນາມ​ໄດ້​ມີ​ພະຍານ​ຫຼັກ​ຖານ​ ​ແລະ ພື້ນຖານ​ດ້ານ​ກົດໝາຍຢ່າງ​ພຽງພໍ​​ເພື່ອ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່ 2 ໝູ່​ເກາະ​ຮວ່າງຊາ ​ແລະ ​ເຈືອງ​ຊາ.

    ທີ່​ການ​ປະຊຸມ​ຂ່າວ, ທ່ານ​ເຈີ​ນຢິວຫາຍ ຮອງ​ຫົວໜ້າ​ຄະນະ​ກຳມະການຊາຍ​ແດນ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ຢັ້ງຢືນ​ວ່າ : ບັນດາລັດ​​ໃນ​ສະ​ໄໝ​ສັກ​ດີ​ນາ​ຫວຽດນາມ​ໄດ້​ປະຕິບັດ​ອະທິປະ​ໄຕ​​ທີ່​ມີ​ຕໍ່ 2 ໝູ່​ເກາະຢ່າງ​ມີ​ສັນຕິພາບ, ຕໍ່​ເນື່ອງ ​ແລະ ສອດຄ່ອງກັບ​ກົດໝາຍ​ສາກົນ. ​ເລື່ອງ​ຈີນ​ຖື​ວ່າ ໝູ່​ເກາະ​ຮ່ວາງ​ຊາ​ແມ່ນ​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຈີນ ​ແມ່ນ​ບໍ່​ມີ​ຂໍ້​ອ້າງ​ອີງ​ຢ່າງ​ສິ້ນ​ເຊິ່ງ. ທ່ານ​ເຈີ​ນຢິວຫາຍ ຮອງ​ຫົວໜ້າ​ຄະນະ​ກຳມະການຊາຍ​ແດນ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ຢັ້ງຢືນ​ວ່າ :

    “​ອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່ 2 ໝູ່​ເກາະ​ຮວ່າງຊາ ​ແລະ ​ເຈືອງ​ຊາ ກ​ໍ​ໄດ້​ຮັບ​ການ​ຮັບ​ຮູ້​ຢູ່​ທີ່​ກອງ​ປະຊຸມ San Francisco ​ເມື່ອ​ເດືອນ 9/1951 . ນີ້​ແມ່ນ​ກອງ​ປະຊຸມ​ແກ້​ໄຂ​ບັນຫາ​ກຳ​ນົດບັນດາ​ເຂດ​ນ້ຳ​ດິນ​ແດນ​ພາຍຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ 2 ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 51 ປະ​ເທດ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຫົວໜ້າ​ຄະນະ​ຜູ້​ແທນ​ແຫ່ງ​ຊາດ​ຫວຽດນາມ, ນາຍົກ​ລັດຖະມົນຕີ​ລັດຖະບານ ບາ​ວດ້າຍ ​ເຈີ​ນວັນ​ຫິ້ວ ​ໄດ້​ຢັ້ງຢືນ ​ອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່ 2 ໝູ່​ເກາະ​ຮວ່ງຊາ ​ແລະ ​ເຈືອງ​ຊາ​​ໂດຍ​ບໍ່​ພົບ​ພໍ້​ກັບ​ການ​ຄັດຄ້ານ​ໃດໆ​ຈາກ 50 ປະ​ເທດ​ເຂົ້າ​ຮ່ວມ​ທີ່​ຍັງ​ເຫຼຶ​ອ. ດ້ານ​ອື່ນ, ຂໍ້​ສະ​ເໜີ​ຄະນະ​ຜູ້​ແທນ ​ສະ​ຫະພາບໂຊ​ຫວຽດ ທີ່​ມອບ​ໂອນ ​ 2 ໝູ່​ເກາະ​ຮວ່າງຊາ ​ແລະ ​ເຈືອງ​ຊາ​ໃຫ້​ແກ່​ຈີນ​ນັ້ນ ​ໄດ້​ຖືກ 46 ປະ​ເທດ​ໃນ​ຈຳນວນ​ທັງ​ໝົດ 51 ປະ​ເທດ​ຄັດຄ້ານ.

   ທ່ານ​ເຈີ​ນຢິວຫາຍ ຮອງ​ຫົວໜ້າ​ຄະນະ​ກຳມະການຊາຍ​ແດນ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ຢັ້ງຢືນ​ວ່າ ປີ 1974 ຈີນ​ໄດ້​ນຳ​ໃຊ້​ກຳລັງ​ອາວຸດ​ເພື່ອ​ຢຶດຄອງໝູ່​ເກາະ​ຮວ່າງຊາ ​ຂອງ​ຫວຽດນາມ. ການ​ຢຶດຄອງ​ເຂດ​ນ້ຳ​ດິນ​ແດນ​ຂອງ​ປະ​ເທດ​ໜຶ່ງ​ທີ່​ມີ​ອະທິປະ​ໄຕດ້ວຍ​ກຳລັງ​ອາວຸດ ​ແມ່ນ​ການ​ກະທຳ​ລວງ​ລະ​ເມີດ​ກົດໝາຍ, ດັ່ງ​ນັ້ນ ບໍ່​ອາດ​ກຳນົດ​ອະທິປະ​ໄຕ​ຢ່າງ​ຄົບ​ຖ້ວນ ​ແລະ ຖືກຕ້ອງ​ຕາມ​ກົດໝາຍ​​ຢູ່ໝູ່​ເກາະ​ຮວ່າງຊາ     

  ​ເມື່ອ​ເຕື້ອງ​ເຖິງ​ບັນຫາ​ໃນ​​ໄລຍະມໍ່ໆ​ມາ​ນີ້, ຈີນ​ຖື​ວ່າຫວຽດນາມ ​ໄດ້​ຍອມຮັບ​ຢ່າງ​ເປັນ​ທາງ​ການ​ຕໍ່​ອະທິປະ​ໄຕ​ຂອງ​ຈີນທີ່​ມີ​ຕໍ່ໝູ່​ເກາະ​ຮວ່າງຊາ ​ແລະ ສະ​ເໜີ​ຢ່າງ​ຜິດພາດ​ກ່ຽວ​ກັບ​ຈົດໝາຍ​ຂອງ​ອະດີດ​ນາຍົກລັດຖະມົນຕີຫວຽດນາມ ຟ້າມ​ວັນ​ດົງ​ເມື່ອ​ປີ 1958, ທ່ານ​ເຈີ​ນຢິວຫາຍ ຮອງ​ຫົວໜ້າ​ຄະນະ​ກຳມະການ ຊາຍ​ແດນ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ມີ​ຄຳ​ປະຕິ​ເສດ​ວ່າ :

   “ຄວນ​ຢັ້ງຢືນວ່າ ຈົດໝາຍ​ຂອງ​ອະດີດ​ນາຍົກລັດຖະມົນຕີຫວຽດນາມ ຟ້າມ​ວັນ​ດົງ​ ບໍ່​ໄດ້​ເຕື້ອງ​ເຖິງ​ບັນຫາ​ເຂດ​ນ້ຳ​ດິນ​ແດນ ​ແລະ ​ອະທິປະ​ໄຕ​​ທີ່​ມີ​ຕໍ່ 2 ໝູ່​ເກາະ​ຮວ່າງຊາ ​ແລະ ​ເຈືອງ​ຊາ​, ຫາກ​ພຽງ​ແຕ່​ເຫັນ​ດີ​ກັບ​ເລື່ອງ​ຈີນ​ເປີດ​ກ້ວາງ​ເຂດ​ນ່ານນ້ຳ​ອອກ​ສູ່ 12 ​ໄມ​ທະ​ເລ, ພ້ອມ​ທັງ​ອອກ​ຄຳ​ສັ່ງ​ໃຫ້​ບັນດາ​ອົງການ​ສຳນັກງານ​ຂອງ​ຫວຽດນາມ​ເຄົາລົບ​ຂອບ​ເຂດ 12 ​ໄມ​ທະ​ເລ”

     ກ່ຽວຂ້ອງ​ເຖິງ​ເລື່ອງ​ໃນ​ມໍ່​ມາ​ນີ້, ຈີນ​ຍາມ​ໃດ​ກໍ​ເວົ້າ​ວ່າ ຮ່ວາງ​ຊາ​ບໍ່​ເກີດ​ຄວາມ​ຂັດ​ແຍ້​ງ, ຫາກ​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຈີນ​ຢ່າງ​ສົມບູນ, ທ່ານ​ເຈີ​ນຢິວຫາຍ ຮອງ​ຫົວໜ້າ​ຄະນະ​ກຳມະການຊາຍ​ແດນ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ຢັ້ງຢືນ​ວ່າ ທັດສະນະ​ນີ້​ໄປ​ຝືນ​ກັບ​ທັດສະນະ​ຂອງ​ການ​ນຳ​ຂັ້ນ​ສູງ​ຈີນ. ວັນ​ທີ 24/9/1975, ​ໃນ​ການ​ແລກປ່ຽນ​ກັບ​ທ່ານ​ອະດີດ​ເລຂາ​ທີ 1 ພັກ​ແຮງງານຫວຽດນາມ ​ເລ​ຢວນ, ທ່ານ ອະດີດຮອງ​ນາ​ຍົກ​ລັດຖະມົນຕີ​ຈີນ ຕາງ​ຊຽວຜີ​ງ ​ໄດ້​ຍອມຮັບ​ວ່າ ລະຫວ່າງ 2 ປະ​ເທດ​ທີ່​ເກີດ​ຄວາມ​ຂັດ​ແຍ້​ງກ່ຽວ​ກັບ 2 ໝູ່​ເກາະ ​ແລະ 2 ຝ່າຍ​ອາດ​ຈະ​ປຶກສາ​ນຳ​ກັນ. ຄຳ​ເຫັນ​ຂອງ ອະດີດຮອງ​ນາ​ຍົກ​ລັດຖະມົນຕີ​ຈີນ ຕາງ​ຊຽວຜີ​ງ ​ກໍ​ໄດ້​ບັນທຶກ​ໄວ້​ໃນ​ເອກະສານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ແລະ ຍັງ​ໄດ້​ຖືກ​ລົງ​ພິມ​ໃນ​ໜັງສືພິມ​ຢືໝິນຈືປາວ​ເມື່ອ​ວັນ​ທີ 12/5/1988.

     ກ່ຽວ​ຂ້ອງ​ເຖິງ​ຂໍ້​ກ່າວ​ຫາ​ຂອງ​ຝ່າຍ​ຈີນ​ໂດຍ​ຖື​ວ່າ : ຫວຽດນາມ​ໄດ້​ຈັດ​ແບ່ງ 57 ​ແປງ​ນ້ຳມັນ​ອາຍ​ແກັສ, ​ໃນ​ນັ້ນ​ມີ 7 ບໍ​​ໄດ້​ເຂົ້າ​ສູ່​ການ​ຜະລິດ ​ແລະ ມີ 37 ຮ້ານ​ເຈາະ​ນ້ຳມັນ​ຢູ່​ເຂດ​ທະ​ເລ​ທີ່​ມີ​ຄວາມ​ຂັດ​ແຍ້​ງ . ທ່ານ ​ໂດ້ວັນ​ເຫົ້າ ຜູ້ອຳນວຍ ການ​ໃຫຍ່ ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັສ​ແຫ່ງ​ຊາດ​ຫວຽດນາມ ຢືນຢັນ​ວ່າ :

    “ ທຸກໆ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ນ້ຳມັນ​ອາຍ​ແກັສຂອງ​ຫວຽດນາມ ລ້ວນ​ແຕ່​ຖືກ​ປະຕິບັດ​ໃນ​ເຂດ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ຊຶ່ງ​ໄດ້​ຮັບ​ການ​ກຳນົດ​ສອດຄ່ອງ​ກັບ​ບັນດາ​ຂໍ້​ກຳນົດ​ຂອງ UNCLOS 1982. ຄວາມ​ຈິງ​ນີ້​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາກົນ. ກຸ່ມບໍລິສັດ ນ້ຳມັນ​ອາຍ​ແກັສຫຼາຍ​ແຫ່ງ​ຂອງ​ຕ່າງປະ​ເທດ​ໄດ້​ເຊັນ​ສັນຍາ​ກ່ຽວ​ກັບ​ການ​ສຳ​ຫຼວດຂຸດ​ຄົ້ນ ນ້ຳມັນ​ອາຍ​ແກັສກັບ​ຫວຽດນາມ​ຢູ່​ບັນດາ​ແປງ​ທີ່​ຂຶ້ນ​ກັບ​ເຂດ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ”

ທ່ານ ​ໂດ້ວັນ​ເຫົ້າ ຜູ້ອຳນວຍ ການ​ໃຫຍ່ ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັສ​ແຫ່ງ​ຊາດ​ຫວຽດນາມ ຢືນຢັນວ່າ ຫວຽດນາມ​ເດັດ​ດຽວ​ປະຕິ​ເສດ​ທັດສະນະ​ທີ່​ຜິດພາດ​ນີ້ ​ແລະ ຢືນຢັນ​ຄວາມ​ຕັດສິນ​ໃຈ​ປົກ​ປັກ​ຮັກສາບັນດາ​ສິດ, ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຕົນ​ຜ່າ​ນມາດ​ຕະການ​ແກ້​ໄຂ​ໂດຍ​ສັນຕິ​ວິທີ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ. 

ຂ່າວ/ບົດ​ອື່ນ