ການປະຊຸມຂ່າວສາກົນປະກາດໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ7,ສະພາແຫ່ງຊາດຊຸດທີ13


ການປະຊຸມຂ່າວສາກົນປະກາດໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ7,ສະພາແຫ່ງຊາດຊຸດທີ13 - ảnh 1
ທ່ານ​ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫງວຽນ​​ແຮ້ງ​ຟຸກ
(ພາບປະກອບ)

(vovworld) – ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ບ່າຍ​ວັນ​ທີ 24/6, ​ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ, ທ່ານ​ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫງວຽນ​​ແຮ້ງ​ຟຸກ ​ໃຫ້​ຮູ້​ວ່າ: ​ໃນ​ວັນ​ທຳ​ອິດ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນຄັ້ງ​ນີ້, ສະພາ​ແຫ່ງ​ຊາດ​ໄດ້ຮັບ​ຟັງລັດຖະບານ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ໄດ້​ປຶ​ກສາ​ຫາລື​​ເນື້ອ​ໃນ​ນີ້​ຢ່າງ​ລະອຽດ. ສະພາ​ແຫ່ງ​ຊາດ​ອອກ​ແຈ້ງ​ການ​ເພື່ອ​ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ຕໍ່​ການ​ກະທຳ​ຜິດພາດ​ຂອງ​ຈີນ.​.​.​ ທີ່​ພິທີ​ອັດ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງກໍ່​ໄດ້​ເຕື້ອງ​ເຖິງ​ບັນດາ​ຄຳ​ເຫັນ​ຂອງ ສສຊ ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

    ກ່ຽວ​ກັບ​ເລື່ອງ​ຜັນ​ຂະຫຍາຍການ​ສ້າງ​ກົ​ດໝາຍວ່າ​ດ້ວຍ​ການ​ແຫ່​ຂະ​ບວນປະ​ທ້ວງ ​ແລະ ​ເນື້ອ​ໃນ​ກົດໝາຍ​ບາງ​ສະບັບ​ກ່ຽວຂ້ອງ​ເຖິງ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ທ່ານ​ຫງວຽນ​ແຮ້ງ​ຟຸກ, ​ໃຫ້​ຮູ້​ວ່າ:

    “​ໃນ​ວິວັດ​ທະ​ນາ​ການ​ເຂົ້າ​ຮ່ວມ​ການ​ສ້າງ​ໂຄງການ​ສ້າງກົດໝາຍ 2014 – 2015 ​ແລະ ອາຍຸ​ການ​ຊຸດ​ທີ 13 ​ແລະ ຮັບຮອງ​ເອົາ​ຄຳ​ເຫັນ​ຂອງ​ບັນດາ ສສຊ ນັ້ນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ນຳ​ເຂົ້າ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ ປີ 2015 ​ແລະ ຊຸດ​ທີ 13, ກົດໝາຍ​ວ່າ​ດ້ວຍ​ການ​ແຫ່​ຂະ​ບວນປະ​ທ້ວງ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຫວຽດນາມ ​ໄດ້​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ສັນຊາດ. ຕາມ​ນັ້ນ​ແລ້ວ, ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຖ້າ​ບໍ່​ທັນ​ຕັດ​ສັນຊາດ ຫວຽດນາມ ໝາຍ​ຄວາມ​ວ່າຍັງ​ຖື​ສັນຊາດ​ຫວຽດນາມ ​ເມື່ອ​ກົດໝາຍ​ວ່າ​ດ້ວຍ​ສັນຊາດມີ​ຜົນ​ສັດ​ສິດ​ນັບ​ແຕ່​ວັນ​ທີ 1/7/2014 ​ເປັນ​ຕົ້ນ​ໄປ.”




ຂ່າວ/ບົດ​ອື່ນ