ການປະຊຸມຂ່າວແນະນຳ ລາງວັນສື່ມວນຊົນແຫ່ງຊາດ ປີ 2011

ການປະຊຸມຂ່າວແນະນຳ ລາງວັນສື່ມວນຊົນແຫ່ງຊາດ ປີ 2011 - ảnh 1

(ພາບ:haydanhthoigian.net)

( vovworld ) – ຕອນ​ບ່າຍ​ວັນ​ທີ 14/6, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດການ​ປະຊຸມ​ຂ່າວ​ແນະນຳ​ລາງວັນ​ສື່​ມວນ​ຊົນ​ແຫ່ງ​ຊາດ​ປີ 2011. ບົດ​ຂຽນ​ສື່​ມວນ​ຊົນ​ເກືອບ 1270 ບົດ​ສົ່ງ​ເຂົ້າຮ່​ວມການ​ເສັງ ມີ​ເນື້ອ​ໃນ​ຕິດ​ພັນ​ກັບ​ໜ້າ​ທີ່​ການ​ເມືອງ​ຂອງ​ປະ​ເທດ​ຊາດ ​ແລະ ບັນດາ​ທ້ອງ​ຖິ່ນ; ສ່ອງ​ແສງສະພາບ​​ເສດ​ຖະກິດ, ສັງຄົມ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ຫວຽດນາມ​ ຢ່າງ​ທັນ​ການມີ​ຊີວິດ​ຊີວາ ​ແລະ ຫຼາຍ​ຮູບ​ຫຼາຍ​ແບບ. ​ໄປຄຽງ​ຄູ່​ກັນນັ້ນ, ຫຼາຍ​ບົດ​ຂຽນ​ໄດ້​ແນະນຳ​ບັນດາ​ປັດ​ໄຈ​ໃໝ່, ​ແບບຢ່າງວຽກ​ດີ​ຄົນ​ເດັ່ນ​ໃນ​ທຸກ​ດ້ານ​ຂອງ​ຊີວິດ, ບາງ​ບົດ​ຂຽນ​ມີ​ລັກສະນະ​ຄົ້ນພົບ ​ແລະ ກຳລັງ​ຂະຫຍາຍ​ໃນ​ສັງຄົມ. ບັນດາ​ຜູ້​ຂຽນ​ໄດ້​ສຸມ​ໃສ່ບັນຫາ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດຫວຽດນາມ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ສະພາ​ລາງວັນ. ທ່ານ Ha Minh Hue ຮອງ​ປະທານ​ຜູ້​ປະຈຳການ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ ​ໃຫ້​ຮູ້​ວ່າ:

  “ໃນ​ປີ​ນີ້ ​ແລະ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ພົ້ນ​ເດັ່ນ​ແມ່ນຫົວ​ເລື່ອງ​ກ່ຽວ​ກັບ​ທະ​ເລ​ໝູ່​ເກາະ, ສະນັ້ນ, ສື່​ມວນ​ຊົນ​ກໍ່​ໄດ້ ​ແລະ ພວມ​ເຂົ້າຮ່ວມ​ການ​ໂຄສະນາ​ອະທິປະ​ໄຕ​ເຂດ​ໝູ່​ເກາະ​ທະ​ເລ. ​ໃນ​ໄລຍະ​ຜ່ານ​ມາ, ມີ​ນັກ​ຂ່າວ​ຫຼາຍ​ຄົນ​ໄດ້​ອອ​ກໄປ​ເຈື່ອງ​ຊາ ​ແລະ ມີ​ບັນດາ​ບົດ​ຂຽນ​ທີ່​ມີ​ຊີວິດ​ຊີວາ. ມີ​ຫຼາຍ​ບົດ​ຂຽນສື່​ມວນ​ຊົນ​​ໄດ້​ຂຽນກ່ຽວ​ກັບ​ຫົວ​ເລື່ອງ​ດັ່ງກ່າວ ​ແລະ ​ໄດ້​ຮັບ​ລາງວັນ​ສູງສົ່ງ ​“.

ຂ່າວ/ບົດ​ອື່ນ