ການປະຊຸມຂ່າວແນະນຳ “ສັບປະດາຫວຽດນາມ ຢູ່ ອີຕາລີ”

ການປະຊຸມຂ່າວແນະນຳ “ສັບປະດາຫວຽດນາມ ຢູ່ ອີຕາລີ” - ảnh 1
ການປະຊຸມຂ່າວແນະນຳ “ສັບປະດາຫວຽດນາມ ຢູ່ ອີຕາລີ”
(ພາບ: Minh Đức/Vietnam+)

(vovworld) - “ສັບປະດາ​ຫວຽດນາມ ຢູ່ ອີ​ຕາ​ລີ” ຈະ​​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນໃນ​ລະຫວ່າງ​ວັນ​ທີ 16 – 23/1 ຢູ່ Roma ດ້ວຍ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງທີ່​ອຸດົມສົມ​ບຸນ​ຄື: ງານ​ວາງສະ​ແດງ “ຄວາມ​ສາມັກຄີ ອີ​ຕາ​ລີ - ຫວຽດນາມ ​ໃນ​ຊຸມ​ປີ 1960 - 1970”, ງານ​ວາງສະ​ແດງ​ພາບ​​ແຕ້ມ​ສິລະ​ປະ ຫວຽດນາມ, ງານ​ວາງສະ​ແດງ​ປື້​ມ ໜັງສືພິມ ຫວຽດນາມ - ອີ​ຕາ​ລີ, ງານ​ວາງສະ​ແດງ​ສະພາບ​ແວດ​ລ້ອມວັດທະນະທຳ ຫວຽດນາມ, ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ຫວຽດນາມ - ອີຕາ​ລີ, ກອງ​ປະຊຸມ​ສຳ​ມະ​ນາ​ຊຸກຍູ້​ການທ່ອງທ່ຽວ​ຢູ່​ຫວຽດນາມ ​ແລະ ລາຍການ​ສະ​ແດງ​ສິລະ​ປະ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ. ​ໃນ​ການ​ປະຊຸມ​ຂ່າວ​ແນະນຳ “ສັບປະດາ​ຫວຽດນາມ ຢູ່ ອີ​ຕາ​ລີ” ຖືກ​ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 14/1, ຢູ່ ສູນວັດທະນະທຳ, ພາສາ Dante Alighieri, ປະ​ເທດ ອີ​ຕາ​ລີ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ອີ​ຕາ​ລີ ຫງວຽນ​ຮ່ວາງ​ລອງ ​ເນ​ັ້ນໜັກ​ວ່າ: ການ​ຢ້ຽມຢາມ​​ທາງ​ລັດຖະກິດ​​ເຖິງ ອີ​ຕາ​ລີ ຢ່າງ​ເປັນ​ທາງຂ​ອງ ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ  ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ Giorgio Napolitano ​ເນື່ອງ​ໃນ​ໂອກາດ​ນີ້ ຈະ​​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້ການ​ພົວພັນ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ອີ​ຕາ​ລີ ນັບ​ມື້​ນັບ​ສະໜິດຕິດ​ພັນ​ຂຶ້ນ​ຕື່ມ.

ຂ່າວ/ບົດ​ອື່ນ