ການປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງອາຊຽນ

ການປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງອາຊຽນ - ảnh 1

ການປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງອາຊຽນ (SOM)
(ພາບ: BNG)

(vovworld) - ວັນ​ທີ 25/4, ຢູ່​ກົວ​ລາ​ລຳ​ເປີ, ປະ​ເທດ​ມາ​ເລ​ເຊຍ ​ໄດ້​ດຳ​ເນີນກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອາ​ຊຽນ (SOM) ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນຄັ້ງ​ທີ 26, ​ເຊິ່ງຈັດ​ຕັ້ງ​ໃນ​ລະຫວ່າງ​ວັນ​ທີ 26-27/4/2015. ທີ່​ກອງ​ປະຊຸມ, ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອາ​ຊຽນສຸມ​ໃສ່​ກວດກາ​ວຽກ​ງານ​ກະກຽມ​ເນື້ອ​ໃນ, ການຈັດ​ຕັ້ງ, ພິທີການ, ພະລາທິການ​ໃຫ້​ແກ່​ກອງ​ປະຊຸມ​ຂັ້ນລັດຖະມົນຕີ​ການ​ຕ່າງປະ​ເທດ, ​ເຊິ່ງຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 26/4, ກໍ່​ຄື​ໃຫ້ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນຄັ້ງ​ທີ 26. ບັນດາ​ຫົວໜ້າ SOM ອາ​ຊຽນ ​ໄດ້​ເຫັນ​ດີ​ຕໍ່​ລາຍການ​ເຄື່ອນ​ໄຫວ, ລາຍການ​ດຳ​ເນີນ​ງານ ​ແລະ ບັນດາ​ເອກະສານ​ເຊິ່ງການ​ນຳ​ອາ​ຊຽນຈະ​ຮັບຮອງ​ເອົາ​ໃນກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນຄັ້ງ​ທີ 26​, ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ປະສານ​ງານ​ອາ​ຊຽນ (ACC) ອະນຸມັດ​ຜ່ານ, ກ່ອນ​ທີ່​ຈະ​ຍື່ນ​ສະ​ເໜີ​ຕໍ່​ການ​ນຳ​ຂັ້ງ​ສູງ​ອາ​ຊຽນ. ກອງ​ປະຊຸມ​ກໍ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ສຳຄັນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015 ​ແລະ ສ້າງ​ວີ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນຫຼັງ​ປີ 2015, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ກົງ​ຈັດການ​ຈັດ​ຕັ້ງ ​ແລະ ວິທີ​ການ​ເຄື່ອນ​ໄຫວ​ຂອງ​ອາ​ຊຽນ, ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຂອງ​ອາຊຽນ, ບົດບາດ​ໃຈກາງ​ຂອງ​ອາ​ຊຽນຢູ່​ພາກ​ພື້ນ. ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ບົດບາດ​ຂອງ​ອາ​ຊຽນ​ໃນ​ການ​ຮັບ​ມື​ກັບ​ການ​ທ້າທາຍສຳລັບ​ພາກ​ພື້ນ. ​ໃນ​ນັ້ນ​ມີ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ການ​ສ້າງ​ປະມວນ​ຫຼັກການ​ປະ​ພຶກ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

ຂ່າວ/ບົດ​ອື່ນ