ການປະຊຸມຜູ້ປະຈຳການຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ,ຕ້ານສໍ້ລາດບັງຫຼວງ

ການປະຊຸມຜູ້ປະຈຳການຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ,ຕ້ານສໍ້ລາດບັງຫຼວງ - ảnh 1
​​ເລຂາທິການ​ໃຫຍ່ຫງວຽນ​ຟູ໋ຈ້ອງ​ເປັນ​ປະທານ​ການ​ປະຊຸມ​ຜູ້​ປະຈຳການ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ,ຕ້ານ​ສໍ້​ລາດ​ບັງ​ຫຼວງ
(ພາບ: TTXVN)


(vovworld) – ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຜູ້​ປະຈຳການ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ,ຕ້ານ​ສໍ້​ລາດ​ບັງ​ຫຼວງ ​ໃນ​ວັນ​ທີ 15/11, ຢູ່ ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງ​ຫຼວງ, ​ເນັ້ນ​ໜັກ​ວ່າ​ການຈັດ​ຕັ້ງ 7 ຄະນະ​ກວດກາ, ຕິດຕາມ​ກວດກາຂອງ​ຄະນະ​ຊີ້ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແມ່ນ​ແຜນ​ນະ​ໂຍບາຍ​ຖືກຕ້ອງ, ທັນ​ການ, ມີ​ຄຸນ​ປະ​ໂຫຍ​ດທີ່ດີ. 70 ອົງການ, ຫົວໜ່ວຍ​ຮັບຜິດຊອບ​ໄດ້​ຮັບ​ການ​ກວດກາ, ຕິດຕາມ​ກວດກາ, ​ເຫັນ​ໄດ້​ຈຸດ​ດີ ຈຸດ​ອ່ອນ, ມີ​ສະຕິ​ຈະ​ແຈ້ງ​ກ່ວາກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ໃນ​ວຽກ​ງານ​ກວດກາ, ສືບ​ສວນ​ສອບ​ສວນ, ຟ້ອງ​ສານ, ພິພາກ​ສາ​ບັນດາ​​ເຫດການ, ກໍລະນີ​ສໍ້​ລາດ​ບັງ​ຫຼວງ​.  ບັນດາ​ໝາກຜົນ​ນີ້​ໄດ້​ສ້າງ​ການ​ຫັນປ່ຽນ​ຕັ້ງໜ້າ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຕາມ​ມະ​ຕິ​ສູນ​ກາງ​ຄັ້ງ​ທີ 3 ຊຸດ​ທີ 10 ​ແລະ ມະຕິ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ. ທ່ານ​ເລຂາທິການ​ໃຫຍ່ ສະ​ເໜີ​ໃຫ້​ບັນດາ​ສະມາຊິກຜູ້​ປະຈຳ​ການຄະນະ​ຊີ້​ນຳ, ​ອົງການ​ປະຈຳ​ຄະນະ​ຊີ້​ນຳ​ສືບ​ຕໍ່​ຊີ້​ນຳ, ສົມທົບ​ກັນ, ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ຄົງ​ຄ້າງ​ໃນ​ວຽກ​ງານ​ກວດກາ​​ເຫດການ, ພົບ​ເຫັນ, ​ເປີດ​ການສືບສວນ​ສອບ​ສວນ, ຟ້ອງ​ສານ, ພິພາກ​ສາ​ບັນດາ​ກໍ​ລະ​ນີສໍ້​ລາດບັງ​ຫຼວງ​ຢ່າງ​ຮ້າຍ​ແຮງ, ສັບສົນ, ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກຫາງ​ສຽງ​ສັງຄົມ​.

 

 


ຂ່າວ/ບົດ​ອື່ນ