ການປະຊຸມຮອບທີ 11 ໜ່ວຍປະຕິບັດງານປະສົມ ຫວຽດນາມ-ວາຕີກັງ

(VOVWORLD) - ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ໄດ້ຕີລາຄາາສູງບັນດາການປະກອບສ່ວນທີ່ຕັ້ງໜ້າຂອງສະມາຄົມສາສະໜາຄຼິດ ຫວຽດນາມ ເຂົ້າໃນການພັດທະນາ ແລະ ວັດຖະນາຖາວອນຂອງປະເທດຊາດ.
ການປະຊຸມຮອບທີ 11 ໜ່ວຍປະຕິບັດງານປະສົມ ຫວຽດນາມ-ວາຕີກັງ - ảnh 1ທີ່ການປະຊຸມ
(ພາບ: BNG)

  ວັນທີ 17 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານເຈົ້າອະນຸວົງ,   Miroslaw Wachowski, ຮອງລັດຖະມົນຕີການຕ່າງປະເທດສຳນັກ ວາຕີກັງ, ໄດ້ເປັນປະທານການປະຊຸມປະຈຳປີ ຮອບທີ 11 ໜ່ວຍປະຕິບັດງານປະສົມ ຫວຽດນາມ-ວາຕີກັງ.

ທີ່ການປະຊຸມ, ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ໄດ້ແຈ້ງໃຫ້ຊາບກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ສາສະໜາຂອງ ຫວຽດນາມ. ທ່ານນາງໄດ້ຕີລາຄາາສູງບັນດາການປະກອບສ່ວນທີ່ຕັ້ງໜ້າຂອງສະມາຄົມສາສະໜາຄຼິດ ຫວຽດນາມ ເຂົ້າໃນການພັດທະນາ ແລະ ວັດຖະນາຖາວອນຂອງປະເທດຊາດ.

ສ່ວນທ່ານຮອງລັດຖະມົນຕີການຕ່າງປະເທດສຳນັກ ວາຕີກັງ Miroslaw Wachowski ໄດ້ເນັ້ນໜັກວ່າ, ສັນຕະປະປາ Francis ປາດຖະໜາຢາກໃຫ້ປະຊາຄົມຊາວຄຼິດ ຫວຽດນາມ ປະຕິບັດທິດນຳ “ຊາວຄຼິດທີ່ດີ ແມ່ນພົນລະເມືອງທີ່ດີ” ແລະ ສົ່ງເສີມປະຊາຄົມຊາວຄຼິດ ປະກອບສ່ວນເຂົ້າໃນຊີວິດຂອງປະເທດຊາດ. ທ່ານຢືນຢັນວ່າ ສັນຕະປະປາຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ເປັນພິເສດຕໍ່ ຫວຽດນາມ.

ສອງຝ່າຍເຫັນດີເປັນເອກະສັນວ່າ ໃນໄລຍະຈະມາເຖິງ ຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຮັກສາກົນໄກຮ່ວມມື, ໂອ້ລົມສົນທະນາ ໂດຍສະເພາະແມ່ນສືບຕໍ່ເສີມຂະຫຍາຍບົດບາດສຳຄັນຂອງ ໜ່ວຍປະຕິບັດງານປະສົມ ຫວຽດນາມ-ວາຕີກັງ.

ຕອບກັບ

ຂ່າວ/ບົດ​ອື່ນ