ການປະຕິບັດງານແລະເຮັດວຽກຂອງນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຢູ່ຝະລັ່ງ,ແບນຊິກແລະອີຢູບັນລຸປະສິດທິຜົນ

ການປະຕິບັດງານແລະເຮັດວຽກຂອງນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຢູ່ຝະລັ່ງ,ແບນຊິກແລະອີຢູບັນລຸປະສິດທິຜົນ - ảnh 1
(ພາບປະກອບ)

(vovworld) – ​ຄ່ຳ​ຄືນ​ວັນ​ທີ 02/12 ຕາມ​ເວລາ ຫວຽດນາມ, ທ່ານ​ນາຍົກລັດ​ຖະມົນຕີ ຫງວຽນ​ເຕີ໋ນຢຸງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄດ້ອອກ​ຈາກ​ນະຄອນຫລວງ Brussel, ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 21 ສົນທິສັນຍາ​ແມ່​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ດິນ​ຟ້າ​ອາກາດ (COP 21) ຢູ່ Paris ​ແລະ ການຢ້ຽມຢາມ, ​ເຮັດ​ວຽກ​ຢູ່​ປະ​ເທດ ​ແບນ​ຊິກ ​ແລະ ສະຫະພາບ ​ເອີ​ລົບ (ອີ​ຢູ). ​ເມື່ອ​ຕອບ​ສຳພາດ​ຕໍ່​ສື່​ມວນ​ຊົນກ່ຽວ​ກັບ​ການ​ຢ້ຽມຢາມ, ​ເຮັດ​ວຽກ​ຂອງ​ທ່ານນາຍົກລັດຖະມົນຕີ​ໃນ​ລະຫວ່າງ​ວັນ​ທີ 30/11 – 02/12, ທ່ານ ຮ່າ​ກີ​ມງ້ອກ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ການ​ຢ້ຽມຢາມ​ຮອບດ້ານ, ມີ​ປະສິດທິ​ຜົນ, ​ແທດ​ຈິງ ​ໃນ​ນັ້ນ​ການ​ທູດດ້ານ​ການ​ເມືອງ​​ໄດ້ຕິດ​ພັນ​ກັບ​ການທູດ​ດ້ານ​ເສດຖະກິດ ​ແລະ ການ​ທູດດ້ານ​ວັດ​ທະນະ​ທຳ. ກ່ຽວ​ກັບ​ດ້ານ​ການ​ເມືອງ, ການ​ຢ້ຽມຢາມ​ແມ່ນ​ບາດກ້າວ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ ຫວຽດນາມ ກັບ ຝະລັ່ງ, ​ແບນ​ຊິກ, ສະຫະ​ປະຊາ​ຊາດ, ອົງການ​ການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ ສປຊ (UNESCO), ອີ​ຢູ. ຕາມ​ທ່ານ​ ຮ່າ​ກີ​ມງ້ອກ ​ແລ້ວ ​ເລື່ອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເຂົ້າ​ຮ່ວມ COP 21 ​ແມ່ນ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດຫລາຍຝ່າຍ​ສຳຄັນ​ທີ່​ສຸດ​ໃນ​ປີ 2015, ​ແມ່ນ​ປີ​ທີ່​ມີ​ຫລາຍ​ເຫດການ​ທົ່ວ​ໂລກ​ສຳຄັນ​ທີ່​ສຸດ ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ຄວາມ​ສະຫງົບ​ປອດ​ໄພ, ການປ່ຽນ​ແປງຂອງດິນ​ຟ້າ​ອາກາດ, ການພັດທະນາ​ແບບ​ຍືນ​ຍົງ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຮ່າ​ງ້ອກກີ​ມ​ ໃຫ້ຮູ້​ວ່າ​: ປະທານ​ທະນາຄານ​ໂລກ (WB), ຜູ້ອຳນວຍການ​ກອງ​ທຶນ​ສິ່ງ​ແວດ​ລ້ອມໂລກ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ຊ່ວຍ​ເຫຼືອ ຫວຽດນາມ​ ໃນ​ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ໃນ​ການ​ຢ້ຽມຢາມ​ຂອງ​ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເຖິງ​ ​ແບນ​ຊິກ, ຝ່າຍ ​ແບນ​ຊິກ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ໂຄງການ​ປູກ​ປ່າ. ພິ​ເສດ ​ ​ພິທີ​ລົງ​ນາມ​​ໃນເອກະສານ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ (EVFTA)  ຢ່າງ​ເປັນ​ທາງ​ການ ​ເຊິ່ງດຳ​ເນີນ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເຖິງ ອີ​ຢູ ​ນັ້ນ​ໄດ້ເປີດ​ກາລະ​ໂອກາດ​ຮ່ວມ​ມື​ໃໝ່​ຫລາຍ​ຢ່າງ ກ່ຽວ​ກັບ​ດ້ານການ​ຄ້າ, ການ​ລົງທຶນ​ສຳລັບ​ວິ​ສາ​ຫະກິດ ​ແລະ ປະຊາຊົນ​ຂອງ 2 ຝ່າຍ.

ຂ່າວ/ບົດ​ອື່ນ