ການປະຕິວັດເດືອນສິງຫາ: ກຳລັງແຮງທາງດ້ານຈິດໃຈຂອງປະຊາຊົນ ແລະ ນ້ຳໃຈຄວາມສາມັກຄີ

(VOVWORLD) -ການປະຕິວັດເດືອນ ສິງຫາ ແມ່ນການປະຕິວັດທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ ໃນສະຕະວັດທີ 20.
ການປະຕິວັດເດືອນສິງຫາ: ກຳລັງແຮງທາງດ້ານຈິດໃຈຂອງປະຊາຊົນ ແລະ ນ້ຳໃຈຄວາມສາມັກຄີ - ảnh 1(ພາບເອກະສານ: TTXVN)

ວັນທີ 19 ສິງຫາ, ສະເຫຼີມສະຫຼອງ 76 ປີແຫ່ງວັນການປະຕິວັດເດືອນ ສິງຫາ ບັນລຸຜົນສຳເລັດ (19 ສິງຫາ 1945 – 19 ສິງຫາ 2021). ການປະຕິວັດເດືອນ ສິງຫາ ແມ່ນການປະຕິວັດທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ ໃນສະຕະວັດທີ 20. ໄຊຊະນະຂອງການປະຕິວັດເດືອນ ສິງຫາ ແລະ ເລື່ອງສ້າງຕັ້ງປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ ໃນລະດູໃບໄມ້ຫຼົ່ນປີ 1945 ໄດ້ສ້າງບາດລ້ຽວປະຫວັດສາດ, ເຮັດໃຫ້ປ່ຽນແປງຊາຕະກຳຂອງຊາດ ແລະ ຊົນຊາດ ຫວຽດນາມ, ອຳນາດການປົກຄອງຂຶ້ນກັບປະຊາຊົນ. ການປະຕິວັດເດືອນ ສິງຫາ ໄດ້ຢືນຢັນບົດບາດໃຫຍ່ຫຼວງຂອງພັກ ແລະ ປະທານໂຮ່ຈີມິນ ໃນການວາງອອກທິດທາງປົດປ່ອຍຊາດທີ່ຖືກຕ້ອງ.

ເນື່ອງໃນໂອກາດນີ້, ໃນໜ້າທຳອິດໜັງສືພິມ ເຍິນເຢິນ (ປະຊາຊົນ) ສະບັບອອກວັນທີ 19 ສິງຫາ, ມີບົດຂຽນດ້ວຍຫົວຂໍ້ ແປວໄຟອະມະຕະຂອງນ້ຳໃຈປະຕິວັດ. ບົດຂຽນໄດ້ຢືນຢັນວ່າ 76 ປີຜ່ານມາ, ນັບແຕ່ເມື່ອການປະຕິວັດເດືອນ ສິງຫາ ບັນລຸຜົນສຳເລັດນັ້ນ, ການປະຕິວັດ ຫວຽດນາມ ໄດ້ຜ່ານຜ່າຫຼາຍໄລຍະ, ມີບາດລ້ຽວຫຼາຍຢ່າງ, ຜ່ານຜ່າສິ່ງທ້າທາຍທີ່ໃຫຍ່ຫຼວງນາໆປະການ, ຍາດໄດ້ໄຊຊະນະທີ່ຍິ່ງໃຫຍ່, ນຳປະເທດພັດທະນາຂຶ້ນສູ່ລະດັບສູງໃໝ່.

ດ້ວຍຫົວຂໍ້ວ່າ ປະຕິວັດເດືອນສິງຫາ ແລະ ນ້ຳໃຈສາມັກຄີເພື່ອຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ, ວັນທີ 19 ສິງຫາ, ບົດຂຽນໃນເວັບໄຊ vov.vn ໄດ້ເນັ້ນໜັກເຖິງນ້ຳໃຈສາມັກຄີຈາກການປະຕິວັດເດືອນ ສິງຫາ 1945 ຍາມໃດກໍ່ແມ່ນທວນໄຟເຍືອງທາງໃຫ້ແກ່ຊາດ ຫວຽດນາມ ມາຮອດປະຈຸບັນ ເມື່ອທົ່ວປະເທດພວມຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວກັນ ຕັດສິນໃຈຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ.

ຕອບກັບ

ຂ່າວ/ບົດ​ອື່ນ