ການປະຕິຮູບນະໂຍບາຍພາສີອາກອນຊ່ວຍສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 27 ພະຈິກ, ຢູ່ ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັບກະຊວງການເງິນຈັດຕັ້ງກອງປະຊຸມເຈລະຈາກັບວິສາຫະກິດກ່ຽວກັບນະໂຍບາຍ ແລະ ລະບຽບການບໍລິຫານພາສີ, ອາກອນປີ 2017.
ການປະຕິຮູບນະໂຍບາຍພາສີອາກອນຊ່ວຍສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມ - ảnh 1 ກອງປະຊຸມເຈລະຈາກັບວິສາຫະກິດກ່ຽວກັບນະໂຍບາຍ ແລະ ລະບຽບການບໍລິຫານພາສີ, ອາກອນປີ 2017

ກ່າວຄວາມເຫັນຢູ່ທີ່ນີ້, ທ່ານນາງ ຫວູທິມາຍ, ຮອງລັດຖະມົນຕີກະຊວງການເງິນ ເນັ້ນໜັກວ່າ, ປີ 2017 ຂະແໜງການເງິນປະຕິບັດຫຼາຍມາດຕະການເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດໃນຂົງເຂດພາສີ, ອາກອນແລ້ວ. ທີ່ການເຈລະຈາ, ຜູ້ຕາງໜ້າປະຊາຄົມວິສາຫະກິດ, ທ່ານ ດ່ວານຢູຍເຄືອງ, ຮອງປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ໃຫ້ຮູ້ວ່າ:

          “ບັນດາວິຫາຫະກິດຫວັງວ່າ, ບັນດາລະບຽບການກວດກາຄວນກະທັດລັດງ່າຍດາຍ, ຖືກຕ້ອງຕາມຈຸດປະສົງ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດພັດທະນາກວ່າ. ກ່ຽວຂ້ອງເຖິງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ແມ່ນກວມຈຳນວນວິສາຫະກິດສ່ວນຫຼາຍ, ແຕ່ພັດຂາດແຫຼ່ງຊັບພະຍາກອນປະຕິບັດບັນດາຂໍ້ກຳນົດທີ່ສັບສົນດ້ານພາສີ, ອາກອນ. ມີບາງວິສາຫະກິດຂະໜາດກາງ ແລະ ນ້ອຍເປັນຫ່ວງຕໍ່ ເລື່ອງປະຕິບັດນະໂຍບາຍກົດໝາຍພາສີ. ສະນັ້ນ, ສະເໜີໃຫ້ຍົກອອກຂໍ້ກຳນົດໃໝ່ຢ່າງງ່າຍດາຍ, ເໝາະສົມກັບວິສາຫະກິດຂະໜາດກາງ ແລະ ນ້ອຍ“.

ບັນດາວິສາຫະກິດສະເໜີຕໍ່ກະຊວງການເງິນ, ອົງການພາສີອາກອນເມື່ອປ່ຽນແປງເອກະສານດ້ານກົດໝາຍຄວນແຈ້ງຢ່າງກວ້າງຂວາງເຖິງບັນດາເປົ້າໝາຍປັບປຸງ, ບໍ່ຄວນປ່ຽນແປງຫຼາຍ. ພ້ອມທັງຍົກສູງການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການແກ້ໄຂລະບຽບການພາສີ, ອາກອນ.

ຕອບກັບ

ຂ່າວ/ບົດ​ອື່ນ