ກ​ານ​ປະ​ທະ​ກັນ Hamas- Israel: Israel ກຽມ​ສຸມ​ແຫຼ່ງ​ກຳ​ລັງບຸກ​ໂຈມ​ຕີ​ ​ເລັ່ງ​ໃສ່ ກາ​ຢາ

(VOVWORLD) - ເປົ້າໝາຍຂອງການບຸກໂຈມຕີ ແມ່ນທຳລາຍທຸກແຫຼ່ງກຳລັງການທະຫານຂອງຂະບວນການ ອິດສະລາມ Hamas, ກໍ່ຄືບັນດາກຸ່ມປະກອບອາວຸດອື່ນໆຢູ່ ກາຢາ. ເຖິງຢ່າງໃດກໍ່ຕາມ, ແຈ້ງການບໍ່ເຜີຍໃຫ້ຮູ້ເວລາການບຸກໂຈມຕີໄດ້ດຳເນີນ.
ກ​ານ​ປະ​ທະ​ກັນ Hamas- Israel: Israel ກຽມ​ສຸມ​ແຫຼ່ງ​ກຳ​ລັງບຸກ​ໂຈມ​ຕີ​ ​ເລັ່ງ​ໃສ່ ກາ​ຢາ - ảnh 1ພາບປະກອບ: Reuters

ຕອນຄ່ຳວັນທີ 14 ຕຸລາ, ກອງທັບ Israel ໄດ້ປະກາດກະກຽມເປີດການບຸກໂຈມຕີທົ່ວກອງທັບ ທີ່ມີການສົມທົບຂອງກອງທັບອາກາດ, ທະຫານເຮືອ ແລະ ທະຫານບົກ ເລັງໃສ່ເຂດ ກາຢາ. ຕາມນັ້ນແລ້ວ, ທຸກກຳລັງທາງບົກ, ເຕັກນິກ ແລະ ພະລາທິການ ລ້ວນແຕ່ພວມຕັ້ງໜ້າວຽກງານກະກຽມ ຕາມແຜນການສູ້ຮົບທີ່ໄດ້ຮັບການສ້າງຕັ້ງຂຶ້ນ.

ເປົ້າໝາຍຂອງການບຸກໂຈມຕີ ແມ່ນທຳລາຍທຸກແຫຼ່ງກຳລັງການທະຫານຂອງຂະບວນການ ອິດສະລາມ Hamas, ກໍ່ຄືບັນດາກຸ່ມປະກອບອາວຸດອື່ນໆຢູ່ ກາຢາ. ເຖິງຢ່າງໃດກໍ່ຕາມ, ແຈ້ງການບໍ່ເຜີຍໃຫ້ຮູ້ເວລາການບຸກໂຈມຕີໄດ້ດຳເນີນ.

ໃນສະພາບການຕໍ່ສູ້ນັບມື້ນັບເພີ່ມຂຶ້ນຢ່າງແຮງ, ບັນດາປະເທດໃນພາກພື້ນໄດ້ເພີ່ມຄວາມມານະພະຍາຍາມທາງການທູດໂດຍໄວ ເພື່ອແນໃສ່ຊອກຫາຄຳສັ່ງຢຸດຍິງ ແລະ ສະກັດກັ້ນໄພພິບັດດ້ານມະນຸດສະທຳ ທີຈະເກີດຂຶ້ນໃນພາກພື້ນ, ພິເສດແມ່ນຢູ່ເຂດ ກາຢາ. ວັນທີ 14 ຕຸລາ, ທ່ານ Hakan Fidan ລັດຖະມົນຕີການຕ່າງປະເທດ ຕວັກກີ ໄດ້ໄປຮອດ ກາຍໂຣ ເພື່ອປຶກສາຫາລືກັບວົງການເຈົ້າໜ້າທີ່ ເອຢິບ ກ່ຽວກັບວິທີການຢຸດຕິການຕໍ່ສູ້ນີ້.

ຢູ່ເອີລົບ, ວັນທີ 14 ຕຸລາ, ທ່ານປະທານສະພາເອີລົບ Charles Michel ປະກາດຈະຮຽກໂຮມກອງປະຊຸມສຸດຍອດແບບທາງໄກຂອງບັນດາການນຳ EU ໃນທ້າຍອາທິດນີ້ ເພື່ອປຶກສາຫາລືກ່ຽວກັບການຕໍ່ສູ້ລະຫວ່າງ Israel-Hamas. ຕາມຜູ້ນຳສະພາເອີລົບ ແລ້ວ, ສິ່ງສຳຄັນທີ່ສຸດແມ່ນ EU ຕ້ອງວາງທັດສະນະລວມ ແລະ ສ້າງແນວທາງກະທຳທີ່ເປັນເອກະພາບ, ຈະແຈ້ງ ທີ່ສ່ອງແສງໃຫ້ເຫັນຄວາມສັບສົນຂອງສະພາບການທີ່ພວມເກີດຂຶ້ນໃນປັດຈຸບັນ. ຄາດວ່າ ກອງປະຊຸມຈະດຳເນີນໃນຕອນບ່າຍວັນທີ 17 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ