ການປະທະກັນ Israel – Hamas: ຍັງບໍ່ທັນມີສັນຍານຕັ້ງຫນ້າໃດພາຍຫລັງການເຈລະຈາກ່ຽວກັບການຢຸດຍິງຢູ່ເຂດ ກາຊາ

(VOVWORLD) -ນັບແຕ່ວັນທີ 7 ຕຸລາ ປີກາຍ, ບັນດາການບຸກໂຈມຕີຂອງ Israel ຢູ່ ເຂດ ກາຊາ ໄດ້ເຮັດໃຫ້ຊາວ Palestine ກວ່າ 40.000 ຄົນເສຍຊີວິດ ແລະ ຜູ້ຮັບບາດເຈັບກວ່າ 93.000 ຄົນ.

ການປະທະກັນ Israel – Hamas: ຍັງບໍ່ທັນມີສັນຍານຕັ້ງຫນ້າໃດພາຍຫລັງການເຈລະຈາກ່ຽວກັບການຢຸດຍິງຢູ່ເຂດ ກາຊາ - ảnh 1ປະຊາຊົນ ຢູ່ ເຂດ ກາຊາ ພວມຖືກຜົນສະທ້ອນຈາກສະພາບການມະນຸດສະທຳຮ້າຍແຮງຍ້ອນການປະທະກັນ. ພາບ: BBC

ບັນດານັກໄກ່ເກ່ຍປອງດອງສືບຕໍ່ຊອກຫາວິທີຮັດແຄບຄວາມບໍ່ລົງລອຍກັນລະຫວ່າງ Israel  ແລະ Hamas ທີ່ການເຈລະຈາຄັ້ງຕ່າງໆຊື່ງດຳເນີນໃນວັນທີ 24 ສິງຫາ ຢູ່ ອີຢິບ. ຕາມວົງການເຈົ້າຫນ້າທີ່ ອາເມລິກາ ແລ້ວ, ຄະນະຜູ້ແທນຂອງປະເທດນີ້ ໄດ້ມີການພົບປະສອງຝ່າຍກັບບັນດາຄະນະຜູ້ແທນ ອີຢິບ ແລະ ກາຕາ ໃນວັນທີ 24 ສິງຫາ. ໃນຂະນະທີ່ຜູ້ຕາງຫນ້າຂອງ ອີຢິບ ແລະ ກາຕາ ໄດ້ມີການພົບປະກັບຄະນະຜູ້ແທນ Hamas ເມື່ອຄະນະນີ້ເດີນທາງເຖິງ ອີຢິບ ເພື່ອອັບເດດຂໍ້ມູນກ່ຽວກັບຂໍ້ຕົກລົງຢຸດຍິງ, ແຕ່ບໍ່ເຂົ້າຮ່ວມບັນດາການເຈລະຈາ. ເຖິງຢ່າງໃດກໍຕາມ, ຍັງບໍ່ທັນມີສັນຍານຕັ້ງຫນ້າໃດຈາກບັນດາການເຈລະຈາລະຫວ່າງບັນດາຝ່າຍ.

ໃນຂະນະການເຈລະຈາພວມດຳເນີນໄປ, ກອງທັບ Israel ສືບຕໍ່ປະຕິບັດບັນດາການບຸກໂຈມຕີຢູ່ ເຂດ ກາຊາ, ເຮັດໃຫ້ມີຊາວ Palestine ຢ່າງຫນ້ອຍສຸດ 50 ຄົນເສຍຊີວິດໃນວັນທີ 24 ສິງຫາ. ນັບແຕ່ວັນທີ 7 ຕຸລາ ປີກາຍ, ບັນດາການບຸກໂຈມຕີຂອງ Israel ຢູ່ ເຂດ ກາຊາ ໄດ້ເຮັດໃຫ້ຊາວ Palestine ກວ່າ 40.000 ຄົນເສຍຊີວິດ ແລະ ຜູ້ຮັບບາດເຈັບກວ່າ 93.000 ຄົນ.

ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ