ການ​ປະ​ທະ​ກັນ Nagorny-Karabakh: ອາ​ກ​ເຊັກ​ໄບ​ຢານ ຢັ້ງ​ຢືນ​​ການຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ ​ສາ​ມັນ​ຊົນ​ຍົກ​ຍ້າຍ​ໄປ​ຍັງ ອາກ​ເມ​ເນຍ

(VOVWORLD) -  Baku  ຈະຮັບປະກັນໃຫ້ສາມັນຊົນສາມາດຍົກຍ້າຍໄປຍັງ ອາກເມເນຍ ຜ່ານເສັ້ນທາງແຕ່ Nagorny-Karabakh ດ້ວຍຄວາມປອດໄພ.
ການ​ປະ​ທະ​ກັນ Nagorny-Karabakh: ອາ​ກ​ເຊັກ​ໄບ​ຢານ ຢັ້ງ​ຢືນ​​ການຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ ​ສາ​ມັນ​ຊົນ​ຍົກ​ຍ້າຍ​ໄປ​ຍັງ ອາກ​ເມ​ເນຍ - ảnh 1ເຮືອນຫຼາຍຫຼັງຖືກເປເພ ພາຍຫຼັງບັ້ນການທະຫານ ໂດຍ ອາກເຊັກໄບຢານ ດຳເນີນຢູ່ເທດສະບານເມືອງ Stepanakert  ເຊິ່ງນອນໃນເຂດຂັດແຍ້ງ Nagorny-Karabakh, ວັນທີ 20/9/2023 (ພາບ: AFP/TTXVN)

ວັນທີ 22 ກັນຍາ, ທ່ານ Hikmet Hajiyev, ທີ່ປຶກສາດ້ານນະໂຍບາຍພົວພັນຕ່າງປະເທດຂອງທ່ານປະທານາທິບໍດີ ອາກເຊັກໄບຢານ ໄດ້ຢັ້ງຢືນວ່າ Baku  ຈະຮັບປະກັນໃຫ້ສາມັນຊົນສາມາດຍົກຍ້າຍໄປຍັງ ອາກເມເນຍ ຜ່ານເສັ້ນທາງແຕ່ Nagorny-Karabakh ດ້ວຍຄວາມປອດໄພ.

ກໍໃນວັນດຽວກັນ, ກຳລັງ ອາກເມເນຍ ຢູ່ Nagorny-Karabakh ກໍ່ເຜີຍໃຫ້ຮູ້ວ່າ ສາມາດບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບຄະນະລົດຊ່ວຍເຫຼືອມະນຸດສະທຳ ທີ່ມາຈາກ ອາກເມເນຍ ແລ້ວ.

        ກ່ອນໜ້ານັ້ນ, ວັນທີ 20 ກັນຍາ, ກະຊວງປ້ອງກັນປະເທດ ລັດເຊຍ ໄດ້ແຈ້ງໃຫ້ຊາບວ່າ ດ້ວຍບົດບາດເປັນກາງໄກ່ເກ່ຍຂອງ ກຳລັງຮັກສາສັນຕິພາບ ລັດເຊຍ ຢູ່ Nagorny-Karabakh, ຜູ້ຕາງໜ້າ ອາກເຊັກໄບຢານ ແລະ ບັນດາກຳລັງ ອາກເມເນຍ ຢູ່ເຂດດິນແດນນີ້ ບັນລຸໄດ້ຂໍ້ຕົກລົງຢຸດຕິການກະທຳທີ່ເປັນປໍລະປັກເປັນຢ່າງສີ້ນເຊີງແລ້ວ. ກະຊວງປ້ອງກັນປະເທດ ອາກເຊັກໄບຢານ ກໍອອກຖະແຫຼງການທີ່ມີເນື້ອໃນເຊັ່ນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ