ການ​ປະ​ທະ​ກັນ ຢູ່ Nagorno – Karabakh ຍັງ​ຄົງ​ປິນ​ຂັ້ນ​ໄດ

(VOVWORLD) - ເທດສະບານເມືອງເຊິ່ງ ອາແຊັກໄບຊານເອີ້ນວ່າ Shusha, ໃນຂະນະນັ້ນ ອາກເມເນຍ ເອີ້ນວ່າ Shushi, ພ້ອມກັບບັນດາເຂດໃກ້ຄຽງ ໄດ້ເຫັນປະຈັກຕາການປະທະກັນຢ່າງດຸເດືອດໃນຊຸມວັນມໍ່ໆມານີ້.
ການ​ປະ​ທະ​ກັນ ຢູ່ Nagorno – Karabakh ຍັງ​ຄົງ​ປິນ​ຂັ້ນ​ໄດ - ảnh 1ເຂດປະທະກັນ  Nagorno – Karabakh (ພາບ: TTXVN)

ວັນທີ 8 ພະຈິກ ທ່ານ ປະທານາທິບໍດີ ອາແຊັກໄບຊານ Ilham Aliyev ໄດ້ປະກາດວ່າ ບັນດາກຳລັງຂອງປະເທດນີ້ ໄດ້ຢຶດຄອງເທດສະບານເມືອງໃຫຍ່ອັນດັບທີ 2 ຢູ່ຂົງເຂດ Nagorno – Karabakh, ແລະເອີ້ນ ນີ້ວ່າແມ່ນ “ໄຊຊະນະຍຸດທະສາດອັນຍິ່ງໃຫຍ່”.

ເທດສະບານເມືອງເຊິ່ງ ອາແຊັກໄບຊານເອີ້ນວ່າ Shusha, ໃນຂະນະນັ້ນ ອາກເມເນຍ ເອີ້ນວ່າ Shushi, ພ້ອມກັບບັນດາເຂດໃກ້ຄຽງ ໄດ້ເຫັນປະຈັກຕາການປະທະກັນຢ່າງດຸເດືອດໃນຊຸມວັນມໍ່ໆມານີ້.      ເຖິງຢ່າງໃດກໍ່ຕາມ, ພາຍຫຼັງ ອາແຊັກໄບຊານມີຖະແຫຼງການດັ່ງກ່າວ, ອາກເມເນຍກໍ່ຢັ້ງຢືນວ່າ ການປະທະກັນຍັງສືບຕໍ່ດຳເນີນຢູ່ເທດສະບານເມືອງແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ