ການ​ປະ​ທະ​ກັນ ຢູ່​ເຂດ ກາ​ຊາ: ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ຮຽກ​ຮ້ອງ​ໃຫ້​ດັບ​ສູນ​ກຳ​ລັງ Hezbollah ຢູ່ ລີ​ບັງ

(VOVWORLD) - Hezbollah ພວມຈູດເຜົາທຳລາຍ ອິດສະຣາແອັນ ແລະ ອິດສະຣາແອັນ ຕ້ອງດຳເນີນການກະທຳດ້ານການທະຫານຢ່າງແຮງກວ່າ ຢູ່ ລີບັງ ເພື່ອດັບສູນກຳລັງດັ່ງກ່າວ.
ການ​ປະ​ທະ​ກັນ ຢູ່​ເຂດ ກາ​ຊາ: ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ຮຽກ​ຮ້ອງ​ໃຫ້​ດັບ​ສູນ​ກຳ​ລັງ Hezbollah ຢູ່ ລີ​ບັງ - ảnh 1ທ່ານ Itamar Ben Gvir ລັດຖະມົນຕີປ້ອງກັນຄວາມສະຫງົບແຫ່ງຊາດ ອິດສະຣາແອັນ  (ພາບ: RTE)

ນີ້ແມ່ນຄຳຖະແຫຼງການຂອງທ່ານ Itamar Ben Gvir ລັດຖະມົນຕີປ້ອງກັນຄວາມສະຫງົບແຫ່ງຊາດ ອິດສະຣາແອັນ ທີ່ໄດ້ຍົກອອກມາໃນວັນທີ 04 ມິຖຸນາ, ພາຍຫຼັງການລົງຕິດຕາມກວດການະຄອນ Kiryat Shmona, ໜຶ່ງໃນບັນດາທ້ອງຖິ່ນເກີດໄຟໄໝ້ຢ່າງຮ້າຍແຮງ ຍ້ອນບັນດາເຫດບຸກໂຈມຕີດ້ວຍລູກສອນໄຟ ໃນວັນທີ 02 ມິຖຸນາ ຂອງກຳລັງ Hezbollah ເຂົ້າພາກເໜືອຂອງ ອິດສະຣາແອັນ.

          ຕາມອົງການຄຸ້ມຄອງທຳມະຊາດ ແລະ ສວນສາທາລະນະ ອິດສະຣາແອັນ ແລ້ວ, ບັນດາບັ້ນບຸກໂຈມຕີດ້ວຍລູກສອນໄຟ ແລະ ເຮືອບິນບໍ່ມີຄົນຂັບຂອງກຳລັງ Hezbollah ໃນວັນທີ 02 ມິຖຸດນາ ໄດ້ກໍ່ໃຫ້ເກີດໄຟໄໝ້ຢ່າງຮ້າຍແຮງຢູ່ບໍລິເວນ Galilee ແລະ ພູພຽງ Golan ຢູ່ພາກເໜືອ ອິດສະຣາແອັນ. ໄລ່ຮອດວັນທີ 04 ມິຖຸດນາ, ເຫດໄຟໄໝ້ໄດ້ຈູດເຜົາເນື້ອທີ່ປູກຕົ້ນໄມ້ເກືອບ 2.500 ແຮັກຕາ, ໃນນັ້ນ ມີບາງເຂດອະນຸລັກຮັກສາທຳມະຊາດ. ຢູ່ບາງທ້ອງຖິ່ນ, ກອງທັບ ອິດສະຣາແອັນ ຕ້ອງເຂົ້າຮ່ວມການໜູນຊ່ວຍດັບເພີງພ້ອມກັບກຳລັງທະຫານລາດ.

ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ