ການ​ປະ​ທະ​ກັນ ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ​ສະ​ມາ​ຊິກ​ອາ​ວຸ​ໂສ ສອງ​ຄົນຂອງ ຮາ​ມາດ​ສ ເສ​ຍ​ຊີ​ວິດ

(VOVWORLD) - ກອງທັບ ອິດສະຣາແອັນ ໃຫ້ຮູ້ວ່າ  ສະມາຊິກອາວຸໂສ 2 ຄົນຂອງຂະບວນການ ອິດສະລາມ ຮາມາດສ ໄດ້ເສຍຊີວິດໃນການບຸກໂຈມຕີເລັ່ງໃສ່ລົດຂອງເຂົາເຈົ້າຢູ່ Jenin ຂຶ້ນກັບຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໃນວັນທີ 17 ສິງຫາ. 
ການ​ປະ​ທະ​ກັນ ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ​ສະ​ມາ​ຊິກ​ອາ​ວຸ​ໂສ ສອງ​ຄົນຂອງ ຮາ​ມາດ​ສ ເສ​ຍ​ຊີ​ວິດ - ảnh 1ລົດໂອໂຕຖືກມ້າງທຳລາຍພາຍຫຼັງຖືບຸກໂຈມຕີ (ພາບ: Reuters)

Tel Aviv ກ່າວຫາ 2 ຄົນດັ່ງກ່າວມີສ່ວນກ່ຽວຂ້ອງເຖິງເຫດຄາດຕະກຳຊາວ ອິດສະຣາແອັນ 1 ຄົນ ກ່ອນໜ້ານັ້ນ. ຖະແຫຼງການຮ່ວມຈາກອົງການຄວາມໝັ້ນຄົງ ອິດສະຣາແອັນ ແລະ ກຳລັງປ້ອງກັນຕົວ ອິດສະຣາແອັນ ໄດ້ຢັ້ງຢືນວ່າ ບຸກຄົນດັ່ງກ່າວເປັນ Ahmed Abu Ara ແລະ Rafet Dawasi.  ທັງສອງຝ່າຍ ລ້ວນແຕ່ມາຈາກເມືອງທາງທິດເໜືອ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໃກ້ກັບ Jenin.

        ກໍໃນວັນດຽວກັນ, ກອງທັບ ອິດສະຣາແອັນ ໄດ້ຖະແຫຼງ ດໍາເນີນການຖີ້ມລະເບີດໃນຂອບຂະໜາດໃຫຍ່, ແນໃສ່ 40 ເປົ້າໝາຍຢູ່ເຂດ ກາຊາ ໃນຮອບເວລາ 2 – 3 ຊົ່ວໂມງ ເພື່ອແນໃສ່ບັນດາຮາກຖານການທະຫານ, ສາງອາວຸດ ແລະ ຫຼາຍເປົ້າໝາຍອື່ນຂອງ ຮາມາດສ.

ຕອບກັບ

ຂ່າວ/ບົດ​ອື່ນ