ການ​ປະ​ທະ​ກັນ ລະ​ຫວ່າງ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ ປາ​ແລັດ​ສະ​ຕິນ ແລະ ພົນ​ທະ​ຫານ ອິດ​ສະ​ຣາ​ແອັນ

(VOVWORLD) -ໃນວັນສຸກຂອງແຕ່ລະອາທິດ, ຊາວ ປາແລັດສະຕິນ ຈະດຳເນີນການແຫ່ຂະບວນປະທ້ວງຢູ່ສະຖານທີ່ແຕກຕ່າງກັນຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ເພື່ອຄັດຄ້ານກິດຈະກຳກໍ່ສ້າງ ແລະ ຂະຫຍາຍເຂດຊຸມຊົນຂອງ ອິດສະຣາແອັນ ແລະ ນີ້ແມ່ນສາເຫດພາໃຫ້ເກີດການປະທະກັນກັບພົນທະຫານ ອິດສະຣາແອັນ.

ການ​ປະ​ທະ​ກັນ ລະ​ຫວ່າງ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ ປາ​ແລັດ​ສະ​ຕິນ ແລະ ພົນ​ທະ​ຫານ ອິດ​ສະ​ຣາ​ແອັນ - ảnh 1ການປະທະກັນ ລະຫວ່າງຜູ້ແຫ່ຂະບວນປະທ້ວງ ປາແລັດສະຕິນ ແລະ ພົນທະຫານ ອິດສະຣາແອັນ (ພາບ: TTXVN)

ຜູ້ແຫ່ຂະບວນປະທ້ວງຊາວ ປາແລັດສະຕິນ ນັບຮ້ອຍຄົນ ໄດ້ຮັບບາດເຈັບໃນການປະທະກັນຕ່າງໆກັບພົນທະຫານ ອິດສະຣາແອັນ ທີ່ເກີດຂຶ້ນໃນວັນທີ 2 ກໍລະກົດ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ. ບັນດາການປະທະກັນເກີດຂຶ້ນຢູ່ ບ້ານ Beita, ທາງທິດໃຕ້ນະຄອນ Nablus ຂອງເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ. ພົນທະຫານ ອິດສະຣາແອັນ ໄດ້ຍິງລູກປືນແທ້, ລູກປືນຢາງ ແລະ ສີດແກັດນ້ຳຕາ ເພື່ອໃຫ້ສະຫຼາຍຂະບວນການແຫ່ປະທ້ວງ ພາຍຫຼັງທີ່ມີຜູ້ແຫ່ຂະບວນປະທ້ວງຈຳນວນໜຶ່ງ ໄດ້ແກວງກ້ອນຫີນໃສ່ພົນທະຫານ ແລະ ໂຮຮ້ອງຄຳຂວັນເພື່ອຄັດຄ້ານ ອິດສະຣາແອັນ. ບັນດາພະນັກງານການແພດຂອງ ສະຫະສະມາຄົມຊີກວົງເດືອນແດງ ປາແລັດສະຕິນ ໃຫ້ຮູ້ວ່າ ມີຊາວປາແລັດສະຕິນ ຢ່າງໜ້ອຍສຸດ 150 ຄົນ ຖືກບາດເຈັບ, ໃນນັ້ນ ມີນັກຂ່າວພາບ 1 ຄົນ ແລະ ພະນັກງານການແພດ 1 ຄົນ. ໃນວັນສຸກຂອງແຕ່ລະອາທິດ, ຊາວ ປາແລັດສະຕິນ ຈະດຳເນີນການແຫ່ຂະບວນປະທ້ວງຢູ່ສະຖານທີ່ແຕກຕ່າງກັນຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ເພື່ອຄັດຄ້ານກິດຈະກຳກໍ່ສ້າງ ແລະ ຂະຫຍາຍເຂດຊຸມຊົນຂອງ ອິດສະຣາແອັນ ແລະ ນີ້ແມ່ນສາເຫດພາໃຫ້ເກີດການປະທະກັນກັບພົນທະຫານ ອິດສະຣາແອັນ.


ຕອບກັບ

ຂ່າວ/ບົດ​ອື່ນ