ການປະທະກັນ ອິດສະຣາແອນ - ຮາມາດ: ການເຈລະຈາຢຸດຍິງຢູ່ເຂດ ກາຊາ ບັນລຸຄວາມກ້າວໜ້າ

(VOVWORLD) - ວັນທີ 4 ມີນາ, ທ່ານ John Kirby, ໂຄສົກຂອງສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ: ອາເມລິກາ ປາດຖະໜາຢາກບັນລຸໄດ້ຂໍ້ຕົກລົງຢຸດຍິງ ເພື່ອແລກເອົາເລື່ອງປ່ອຍຕົວປະກັນໃນໂອກາດເດືອນ Ramadan.
ການປະທະກັນ ອິດສະຣາແອນ - ຮາມາດ: ການເຈລະຈາຢຸດຍິງຢູ່ເຂດ ກາຊາ ບັນລຸຄວາມກ້າວໜ້າ - ảnh 1ເຮືອນຊານຖືກພັງທະລາຍພາຍຫຼັງການບຸກໂຈມຕີທາງອາກາດໃນວັນທີ 1 ມີນາ 2024
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)

ໂດຍບໍ່ຫົວຊາຕໍ່ການປະຕິເສດໃນວີນາທີສຸດທ້າຍຈາກຝ່າຍ ອິດສະຣາແອນ, ການເຈລະຈາກ່ຽວກັບຄຳສັ່ງຢຸດຍິງໃໝ່ຢູ່ເຂດ ກາຊາ ລະຫວ່າງຜູ້ຕາງໜ້າບັນດາປະເທດ: ອາເມລິກາ, ກາຕາ, ອີຢິບ ແລະ ກຳລັງ ຮາມາດ, ຢູ່ ກາຍໂຣ, ບັນລຸໄດ້ບັນດາຄວາມກ້າວໜ້າໃຫຍ່ ແລະ ຂໍ້ຕົກລົງຢຸດຍິງອາດຈະໄດ້ປະກາດໃນ 2 – 3 ວັນຈະມາເຖິງ. ຕາມແຫຼ່ງຂ່າວຈາກຊ່ອງຂ່າວສານ ກາຍໂຣ ຂອງ ອີຢິບ ແລ້ວ, ບັນດານັກເຈລະຈາສ່ວນຫຼາຍໄດ້ເຫັນດີເປັນເອກະພາບກ່ຽວກັບຂໍ້ຕົກລົງຢຸດຍິງທີ່ມີຜົນສັກສິດກ່ອນເດືອນ Ramadan ຂອງຊາວ ມຸດສະລິມ ເຊິ່ງຈະໄດ້ເລີ່ມແຕ່ທ້າຍອາທິດນີ້ (10 ມີນາ). ຂໍ້ຕົກລົງເຊິ່ງລວມມີການແລກປ່ຽນຕົວປະກັນ ແລະ ສະເລີຍເສີກລະຫວ່າງ ອິດສະຣາແອນ ແລະ ຮາມາດ, ແຕ່ຍັງບໍ່ທັນຮູ້ຈຳນວນລະອຽດເທື່ອ.

        ວັນທີ 4 ມີນາ, ທ່ານ John Kirby, ໂຄສົກຂອງສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ: ອາເມລິກາ ປາດຖະໜາຢາກບັນລຸໄດ້ຂໍ້ຕົກລົງຢຸດຍິງ ເພື່ອແລກເອົາເລື່ອງປ່ອຍຕົວປະກັນໃນໂອກາດເດືອນ Ramadan.

        ແລະກໍ່ໃນວັນທີ 4 ມີນາ, ກອງທັບ ອິດສະຣາແອນ (IDF) ໄດ້ດຳເນີນການກວາດລ້າງຂະໜາດໃຫຍ່ສຸດໃນຫຼາຍປີຜ່ານມາຢູ່ເມືອງເອກ Ramallah ຂອງອຳນາດການປົກຄອງ ປາແລດສະຕິນ (PA) ຢູ່ ຝາກຕາເວັນຕົກແມ່ນ້ຳຈໍແດນ, ເພື່ອຊອກຫາບັນດາຜູ້ທີ່ຝ່າຍ ອິດສະຣາແອນ ຖືວ່າ ແມ່ນ “ພວກກໍ່ການຮ້າຍ”.

ຕອບກັບ

ຂ່າວ/ບົດ​ອື່ນ