ການປະທະກັນ ອິດສະຣາແອນ - ຮາມາດ: ຕວກກີ ກ່າວປະນາມ ອິດສະຣາແອນ; ບັນດານັກອຸປະຖຳໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອເງິນ 2 ຕື້ USD ແກ່ ກາຊາ

(VOVWORLD) - ທ່ານປະທານາທິບໍດີ ຕວກກີ ຕຳໜິຕິຕຽນ ອາເມລິກາ ແລະ ເອີລົບ ບໍ່ມີການກະທຳທີ່ເຂັ້ມແຂງຢ່າງພຽງພໍເພື່ອກໍ່ຄວາມກົດດັນບັງຄັບໃຫ້ ອິດສະຣາແອນ ຕ້ອງຍອມຮັບຂໍ້ຕົກລົງຢຸດຍິງ.
ການປະທະກັນ ອິດສະຣາແອນ - ຮາມາດ: ຕວກກີ ກ່າວປະນາມ ອິດສະຣາແອນ; ບັນດານັກອຸປະຖຳໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອເງິນ 2 ຕື້ USD ແກ່ ກາຊາ - ảnh 1ລົດຂົນສົ່ງເຄື່ອງອຸປະຖຳ
(ພາບ:AFP/TTXVN)

ວັນທີ 12 ພຶດສະພາ, ກ່າວຄຳເຫັນຕໍ່ບັນດານັກຮຽນຮູ້ຊາວມຸດສະລິມ ຢູ່ນະຄອນ Istanbul, ທ່ານ Recep Tayyip Erdogan, ປະທານາທິບໍດີ ຕວກກີ, ກ່າວຫາ ລັດຖະບານ ແລະ ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Netanyahu, ບໍ່ຢາກຢຸດຕິການປະທະກັນໃນຂະນະທີ່ບໍ່ຍອມຮັບຄວາມເຫັນດີເຫັນພ້ອມຂອງກຳລັງ ຮາມາດ ສຳລັບຂໍ້ສະເໜີຢຸດຍິງໂດຍ ອີຢິບ ແລະ ກາຕາ ຍົກອອກມາ, ພ້ອມທັງເປີດຊ່ອງທາງເພື່ອບຸກໂຈມຕີສາມັນຊົນ ປາແລດສະຕິນ ຢູ່ນະຄອນ Rafah, ທາງທິດໃຕ້ເຂດ ກາຊາ. ທ່ານປະທານາທິບໍດີ ຕວກກີ ຕຳໜິຕິຕຽນ ອາເມລິກາ ແລະ ເອີລົບ ບໍ່ມີການກະທຳທີ່ເຂັ້ມແຂງຢ່າງພຽງພໍເພື່ອກໍ່ຄວາມກົດດັນບັງຄັບໃຫ້ ອິດສະຣາແອນ ຕ້ອງຍອມຮັບຂໍ້ຕົກລົງຢຸດຍິງ.

        ແລະກໍ່ໃນວັນດຽວກັນ, ອີຢິບ ໄດ້ປະກາດຈະເຂົ້າຮ່ວມການຮ້ອງຟ້ອງ ອິດສະຣາແອນ ດ້ວຍການກະທຳຜິດດັບສູນເຊື້ອຊາດຢູ່ສານຍຸຕິທຳສາກົນ (ICJ) ໃນສະພາບການ ອິດສະຣາແອນ ເພີ່ມທະວີບັນດາເຫດບຸກໂຈມຈີຢູ່ເຂດ ກາຊາ.

        ໃນຂະນະນັ້ນ, ກອງປະຊຸມຂອງບັນດານັກອຸປະຖຳສາກົນອັດລົງໃນວັນທີ 12 ພຶດສະພາຢູ່ ຄູເວດ ໄດ້ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອຈຳນວນເງິນກ່ວາ 2 ຕື້ໂດລາສະຫະລັດ ໃຫ້ແກ່ເຂດ ກາຊາ. ບັນດານັກອຸປະຖຳໃຫ້ຮູ້ວ່າ: ຈຳນວນເງິນດັ່ງກ່າວໄດ້ຈັດແບ່ງພາຍໃນເວລາ 2 ປີ ແລະ ອາດສາມາດຕໍ່ກຳນົດເວລາ. ຂໍ້ລິເລີ່ມນີ້ເພື່ອແນໃສ່ “ປຸກລະດົມບັນດາຄວາມມານະພະຍາຍາມໜູນຊ່ວຍການເຄື່ອນໄຫວມະນຸດສະທຳ ເພື່ອກູ້ເອົາຊີວິດ ແລະ ໜູນຊ່ວຍແງ່ຫວັງຟື້ນຟູໂດຍໄວ” ໃຫ້ແກ່ປະຊາຊົນຢູ່ເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ