ການ​ປະ​ທະ​ກັນ ອິດ​ສະ​ຣາ​ແອັນ - ຮາ​ມາດ​ສ: ຄະ​ນະ​ກຳ​ມະ​ການ​ຂອງ​ ສ​ປ​ຊ ຮຽ​ກ​ຮ້ອງ​ການ​ປົກ​ປ້ອງ​ເດັກ

(VOVWORLD) - ຄະນະກຳມະການກ່ຽວກັບສິດທິເດັກຂອງ ສປຊ ໃນວັນທີ 8 ກຸມພາ ໄດ້ຮຽກຮ້ອງໃຫ້ໜູນຊ່ວຍທາງຈິດໃຫ້ແກ່ເດັກທີ່ຖືກປະສົບເຄາະຮ້າຍຈາກການໃຊ້ປະທະກັນຢູ່ເຂດ ກາຊາ, ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ເຂດອື່ນໆ, ພ້ອມທັງໃຫ້ຮູ້ວ່າ ຈະດຳເນີນການຕີລາຄາການປະພຶດສຳລັບເດັກ.
ການ​ປະ​ທະ​ກັນ ອິດ​ສະ​ຣາ​ແອັນ - ຮາ​ມາດ​ສ: ຄະ​ນະ​ກຳ​ມະ​ການ​ຂອງ​ ສ​ປ​ຊ ຮຽ​ກ​ຮ້ອງ​ການ​ປົກ​ປ້ອງ​ເດັກ - ảnh 1ເດັກນ້ອຍຢູ່ຄ້າຍລີ້ໄພຢູ່ນະຄອນ Rafah, ເຂດ ກາຊາ (ພາບ: THX/TTXVN)

ທ່ານນາງ Ann Skelton, ປະທານຄະນະກຳມະການ ໄດ້ເນັ້ນໜັກວ່າ ສິດຂອງເດັກພວກມຖືກລະເມີດຢ່າງໜັກໜ່ວງແບບບໍ່ຄ່ອຍເຫັນໃນປະຫວັດສາດ. ສປຊ ຮຽກຮ້ອງໃຫ້ໜູນຊ່ວຍທາງທິດໃຫ້ແກ່ເດັກ ແລະ ຄອບຄົວເດັກຫຼາຍກວ່າອີກ ເພື່ອຫຼຸດຜ່ອນຜົນກະທົບ, ຄວາມເຈັບປວດ, ລວມທັງເດັກ ຢູ່ ອິດສະຣາແອັນ ທີ່ເປັນຜູ້ປະສົບເຄາະຮ້າຍ ຫຼື ເປັນພະຍານເຫດບຸກໂຈມຕີເມື່ອເດືອນຕຸລາ 2023 ຜ່ານມາ ແລະ ຜູ້ທີ່ມີສະມາຊິກໃນຄອບຄົວຖືກຈັບເປັນຕົວປະກັນ.

        ເດືອນແລ້ວນີ້, ກອງທຶນເພື່ອເດັກ ສປຊ (UNICEF) ຄາດຄະເນວ່າ ຫວ່າງມໍ່ໆມານີ້ ເດັກນ້ອຍທັງໝົດຢູ່ເຂດ ກາຊາ, ມີປະມານກວ່າ 1 ລ້ານຄົນ ພວມຕ້ອງການການຊ່ວຍເຫຼືອດ້ານສຸຂະພາບທາງທິດ. ແຈ້ງການດັ່ງກ່າວໄດ້ເນັ້ນໜັກວ່າ ວິທີໜຶ່ງດຽວເພື່ອສະໜອງການຊ່ວຍເຫຼືອດ້ານສຸຂະພາບທາງຈິດ ໃນຂອບຂະໜາດໃຫຍ່ແມ່ນຂະບວນການ ອິດສະລາມ ຮາມາດສ ແລະ ອິດສະຣາແອັນ ບັນລຸໄດ້ຄຳສັ່ງຢຸດຍິງ.


ຕອບກັບ

ຂ່າວ/ບົດ​ອື່ນ