ການ​ປະ​ທະ​ກັນ ອິດ​ສະ​ລາ​ແອັນ - ຮາ​ມາດ​ສ: ອີ​ຣານ​ນາບ​ຂູ່​ໂຕ້​ຕອບ​ເພື່ອເຮັດ​ໃຫ້ ອິດ​ສະ​ລາ​ແອັນ “ຄິດ​ບໍ່​ເຖິງ​ເປັນ​ທີ່​ສຸດ”

(VOVWORLD) - ຄະນະປະຕິບັດງານ ອີຣານ ຢູ່ ສປຊ ໄດ້ຢັ້ງຢືນວ່າ ປະເທດນີ້ ຈະໂຕ້ຕອບເຫດ ອິດສະລາແອັນ ລອບສັງຫານທ່ານ Ismail Haniyeh ການນຳການເມືອງສູງສຸດຮາມາດສ, ຢູ່ເຕເຮຣານ ໃນວັນທີ 31 ກໍລະກົດຜ່ານມາ.

ອີຣານ ຈະໂຕ້ຕອບເພື່ອເລັ່ງໃສ່ ອິດສະຕາແອັນ ເຮັດໃຫ້ອິດສະລາແອັນ ຄິດບໍ່ເຖິງເປັນທີ່ສຸດ. ໂດຍຖະແຫຼງກັບໜັງສືພິມ The Wall Street Journal, ອາເມລິກາ ໃນວັນທີ 22 ສິງຫາ, ຄະນະປະຕິບັດງານ ອີຣານ ຢູ່ ສປຊ ໄດ້ຢັ້ງຢືນວ່າ ປະເທດນີ້ ຈະໂຕ້ຕອບເຫດ ອິດສະລາແອັນ ລອບສັງຫານທ່ານ Ismail Haniyeh ການນຳການເມືອງສູງສຸດຮາມາດສ, ຢູ່ເຕເຮຣານ ໃນວັນທີ 31 ກໍລະກົດຜ່ານມາ, ດ້ວຍການບຸກໂຈມຕີແບບຄິດບໍ່ເຖິງເປັນທີ່ສຸດ. ຕາມນັ້ນ, ແຮ້ດບຸກໂຈມຕີຂອງອີຣານ ອາດຈະດຳເນີນດ້ວຍກອງທັບບົກ, ກອງທັບອາກາດຫຼື ປະສົມປະສານທັງສອງກຳລັງ, ຫຼືດ້ວຍວິທີການແບບຄິດບໍ່ເຖິງສຳລັບ ອິດສະລາແອັນ. ເປົ້າໝາຍຂອງເຫດບຸກໂຈມຕີແມ່ນເພື່ອແນໃສ່ລົງໂທດ ອິດສະລາແອັນ, ພ້ອມທັງນາບຂູ່ປະເທດນີ້ ບໍ່ໃຫ້ສືບຕໍ່ດຳເນີນການກະທຳ ເປັນປໍລະປັກໃນຜືນແຜ່ນດິນຂອງ ອີຣານໃນອະນາຄົດ.  ເຖິງຢ່າງໃດກໍຕາມ, ຜູ້ຕາງໜ້າອີຣານ ປະຈຳ ສປຊ ກໍ່ຢັ້ງຢືນ ມາດຕະການໂຕ້ຕອບຂອງປະເທດນີ້ ຈະໄດ້ຮັບການຄິດໄລ່ຢ່າງລະອຽດເພື່ອຫຼີກລ້ຽງຜົນກະທົບຕໍ່ແງ່ຫວັງບັນລຸໄດ້ຂໍ້ຕົກລົງຢຸດຍິງທີ່ຍາວນານຢູ່ເຂດກາຊາ. ໂດຍປະຕິກິລະຍາຕໍ່ການຖະແຫຼງນີ້, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ປະກາດວ່າ ປະເທດນີ້ ໄດ້ກຽມພ້ອມເພື່ອຈະຮັບມືກັບບັນດາຄວາມສ່ຽງນາບຂູ່, ພ້ອມທັງປະຕິເສດຂໍ້ມູນກ່ຽວກັບເລື່ອງ Tel Aviv ຕົກລົງຖອນທະຫານອອກຈາກເຂດຊາຍແດນ ກາຊາ - ເອຢິບຄືສ່ວນໜຶ່ງຂອງຂໍ້ຕົກລົງຢຸດຍິງກັບກຳລັງຮາມາດ ຂອງປາແລັດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ