ການປະທະກັນ ຮາມາດ - ອິດສະຣາແອັນ: ປະຊາຄົມສາກົນມີປະຕິກິລິຍາຕໍ່ບັ້ນການທະຫານຢູ່ Rafah

(VOVWORLD) - ປາກິດສະຖານ ແລະ ກູບາ ໄດ້ຄັດຄ້ານບັ້ນບຸກໂຈມຕີດ້ານການທະຫານຂອງ ອິດສະຣາແອັນ ແນໃສ່ນະຄອນ Rafah.
ການປະທະກັນ ຮາມາດ - ອິດສະຣາແອັນ: ປະຊາຄົມສາກົນມີປະຕິກິລິຍາຕໍ່ບັ້ນການທະຫານຢູ່ Rafah - ảnh 1
(ພາບປະກອບ: AFP/TTXVN)

        ວັນທີ 13 ກຸມພາ, ສະຫະປະຊາຊາດ ໄດ້ຄັດຄ້ານການບຸກໂຈມຕີທາງບົກຂອງ ອິດສະຣາແອັນ ໃສ່ນະຄອນ Rafah ຢູ່ເຂດ ກາຊາ, ກ່າວເຕືອນວ່າ ບັນດາການເຄື່ອນໄຫວດ້ານການທະຫານອາດຈະກໍ່ຄວາມລົ້ມຫາຍຕາຍຈາກຢູ່ເຂດທີ່ມີປະຊາຊົນກວ່າ 1 ລ້ານຄົນພວມດຳລົງຊີວິດນີ້.

        ທ່ານ Martin Griffiths, ຮອງເລຂາທິການໃຫຍ່ສະຫະປະຊາຊາດ ຮັບຜິດຊອບບັນດາບັນຫາມະນຸດສະທຳ ແລະ ກູ້ໄພກູ້ຊີບໂດຍດ່ວນ, ເນັ້ນໜັກວ່າ, ບັ້ນການທະຫານຢູ່ Rafah ອາດຈະສົ່ງຜົນຮ້າຍຢ່າງແຮງເຖິງການເຄື່ອນໄຫວມະນຸດສະທຳ ເຊິ່ງເຄີຍປະສົບກັບຄວາມຫຍຸ້ງຍາກໃນພາກພື້ນ. ທ່ານໃຫ້ຮູ້ວ່າ, ກວ່າເຄິ່ງໜຶ່ງໃນຈຳນວນປະຊາຄົມ 2,3 ລ້ານຄົນຢູ່ເຂດ ກາຊາ ພວມອາໄສຢູ່ທີ່ນີ້.

        ໃນວັນດຽວກັນ, ປາກິດສະຖານ ແລະ ກູບາ ໄດ້ຄັດຄ້ານບັ້ນບຸກໂຈມຕີດ້ານການທະຫານຂອງ ອິດສະຣາແອັນ ແນໃສ່ນະຄອນ Rafah. ໃນຂະນະນັ້ນ, ອາຟະລິກາໃຕ້ ໄດ້ກະຕຸກຊຸກຍູ້ສານຍຸຕິທຳສາກົນ (ICJ) ກໍ່ຄວາມດັນບັງຄັບໃຫ້ ອິດສະຣາແອັນ ຢຸດຕິການບຸກໂຈມຕີຢູ່ທີ່ນີ້.

        ໃນຂະນະນັ້ນ, ທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan ໄດ້ຮຽກຮ້ອງໃຫ້ບັນດາການນຳໂລກຢຸດຕິວິກິດການຢູ່ເຂດ ກາຊາ ຜ່ານການແກ້ໄຂສາຍເຫດຫຼັກຂອງບັນຫາ ແລະ ສ້າງຕັ້ງລັດ ປາແລັດສະຕິນ ເອກະລາດ.

ຕອບກັບ

ຂ່າວ/ບົດ​ອື່ນ