ການປະທະກັນ ຮາມາດ - ອິດສະຣາແອນ: ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄປປະຕິບັດງານຢູ່ ຕາເວັນອອກກາງ

(VOVWORLD) - ທ່ານລັດຖະມົນຕີ Blinken ໄດ້ເນັ້ນເຖິງບົດບາດຂອງເລື່ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືພາກພື້ນ ແລະ ສາກົນ ເພື່ອແກ້ໄຂການປະທະກັນຢູ່ເຂດ ກາຊາ ແລະ ກະກຽມໃຫ້ແກ່ໄລຍະຫຼັງການປະທະກັນ.
ການປະທະກັນ ຮາມາດ - ອິດສະຣາແອນ: ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄປປະຕິບັດງານຢູ່ ຕາເວັນອອກກາງ - ảnh 1ທ່ານ Ron Dermer, ລັດຖະມົນຕີ ຮັບຜິດຊອບບັນດາບັນຫາ ຍຸດທະສາດຂອງ ອິດສະຣາແອນ
(ພາບ: Flash90)

ວັນທີ 20 ມີນາ, ສຳນັກຂ່າວສານ ອາຣັບບິ ຊາອຸດິ (SPA) ໄດ້ໃຫ້ຂ່າວວ່າ ເຈົ້າຊາຍ Faisal bin Farhan, ລັດຖະມົນຕີການຕ່າງປະເທດ ຂອງປະເທດນີ້ ແລະ ຄູ່ຕຳແໜ່ງ ອາເມລິກາ ທ່ານ Antony Blinken ມີການພົບປະຢູ່ນະຄອນ Jeddah, ປຶກສາຫາລືກ່ຽວກັບຂໍ້ຕົກລົງຢຸດຍິງມະນຸດສະທຳຢູ່ ກາຊາ. ໃນການເຈລະຈາ, ລັດຖະມົນຕີການຕ່າງປະເທດສອງທ່ານ ລ້ວນແຕ່ໄດ້ເນັ້ນໜັກຄວາມສຳຄັນຂອງຄຳສັ່ງຢຸດຍິງຢູ່ເຂດ ກາຊາ ໃນທັນທີ ແລະ ຄວາມຈຳເປັນຕ້ອງປະຕິບັດທຸກໆຄວາມມານະພະຍາຍາມເພື່ອແນໃສ່ປົກປ້ອງສາມັນຊົນ ແລະ ເພີ່ມທະວີການສະໜອງໜູນຊ່ວຍມະນຸດສະທຳຮີບດ່ວນຢູ່ເຂດດິນແດນ ປາແລດສະຕິນ. ທ່ານລັດຖະມົນຕີ Blinken ໄດ້ເນັ້ນເຖິງບົດບາດຂອງເລື່ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືພາກພື້ນ ແລະ ສາກົນ ເພື່ອແກ້ໄຂການປະທະກັນຢູ່ເຂດ ກາຊາ ແລະ ກະກຽມໃຫ້ແກ່ໄລຍະຫຼັງການປະທະກັນ. ທ່ານລັດຖະມົນຕີການຕ່າງປະເທດ Blinken ໄດ້ຢ້ຳຄືນຄຳໝັ້ນສັນຍາຂອງ ວໍຊິງຕັນ ໃນການບັນລຸໄດ້ສັນຕິພາບແບບຍືນຍົງ, ຮັບຮອງເອົາເລື່ອງສ້າງລັດ ປາແລດສະຕິນ ເອກະລາດດ້ວຍບັນດາການຮັບປະກັນຄວາມໝັ້ນຄົງໃຫ້ແກ່ ອິດສະຣາແອນ.

ຕອບກັບ

ຂ່າວ/ບົດ​ອື່ນ