ການປະທະກັນ ຮາມາດ - ອິດສະຣາແອນ: ສານ ສປຊ ອອກຄຳຕັດສິນ ອິດສະຣາແອນ ສະກັດກັ້ນການດັບສູນເຊື້ອຊາດຢູ່ເຂດ ກາຊາ

(VOVWORLD) - ຄຳຕັດສິນກໍ່ຮຽກຮ້ອງໃຫ້ ອິດສະຣາແອນ ມີບັນດາບາດກ້າວຮີບດ່ວນເພື່ອແນໃສ່ປັບປຸງສະພາບການມະນຸດສະທຳຢູ່ເຂດດິນແດນແຄມທະເລນີ້. ທ່ານ ປະທານສານ Joan Donoghue ໄດ້ສະແດງຄວາມວິຕົກວັງວົນຢ່າງເລິກເຊິ່ງກ່ຽວກັບສະພາບການຢູ່ເຂດ ກາຊາ
ການປະທະກັນ ຮາມາດ - ອິດສະຣາແອນ: ສານ ສປຊ ອອກຄຳຕັດສິນ ອິດສະຣາແອນ ສະກັດກັ້ນການດັບສູນເຊື້ອຊາດຢູ່ເຂດ ກາຊາ - ảnh 1ສານຍຸຕິທຳສາກົນ (ICJ)
(ພາບ: Reuters )

ວັນທີ 26 ມັງກອນ, ສານຍຸຕິທຳສາກົນ (ICJ) ຂຶ້ນກັບ ສປຊ ໄດ້ອອກຄຳຕັດສິນໂດຍຮຽກຮ້ອງໃຫ້ ອິດສະຣາແອນ ປະຕິບັດທຸກໆມາດຕະການໃນສິດອຳນາດຂອງປະເທດນີ້ເພື່ອແນໃສ່ສະກັດກັ້ນບັນດາການກະທຳດັບສູນເຊື້ອຊາດຢູ່ເຂດ ກາຊາ. ຄຳຕັດສິນຮຽກຮ້ອງໃຫ້ ອິດສະຣາແອນ ຮັບປະກັນບໍ່ລະເມີດບັນດາພັນທະໃນສົນທິສັນຍາ ສປຊ ກ່ຽວກັບການສະກັດກັ້ນ ແລະ ລົງໂທດຕໍ່ການກະທຳດັບສູນເຊື້ອຊາດ ທີ່ກ່ຽວຂ້ອງເຖິງຊາວ ປາແລດສະຕິນ ຢູ່ເຂດ ກາຊາ. ຄຳຕັດສິນກໍ່ຮຽກຮ້ອງໃຫ້ ອິດສະຣາແອນ ມີບັນດາບາດກ້າວຮີບດ່ວນເພື່ອແນໃສ່ປັບປຸງສະພາບການມະນຸດສະທຳຢູ່ເຂດດິນແດນແຄມທະເລນີ້. ທ່ານ ປະທານສານ Joan Donoghue ໄດ້ສະແດງຄວາມວິຕົກວັງວົນຢ່າງເລິກເຊິ່ງກ່ຽວກັບສະພາບການຢູ່ເຂດ ກາຊາ, ພ້ອມທັງສະເໜີໃຫ້ ອິດສະຣາແອນ ລາຍງານກ່ຽວກັບການປະຕິບັດຄຳຕັດສິນນີ້ຂອງສານໃນຮອບເວລາ 1 ເດືອນ.

        ວັນທີ 26 ມັງກອນ, ທ່ານ Riyad al-Maliki, ນັກການທູດແຖວໜ້າຂອງອຳນາດການປົກຄອງ ປາແລດສະຕິນ ໄດ້ຊົມເຊີຍຄຳຕັດສິນຂອງສານ ICJ, ພ້ອມທັງຮຽກຮ້ອງທຸກໆປະເທດຮັບປະກັນວ່າມາດຕະການເຊິ່ງ ICJ ຕັດສິນຕ້ອງໄດ້ຮັບການປະຕິບັດ. ສ່ວນທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ຢັ້ງຢືນວ່າ: ປະເທດນີ້ໄດ້ໃຫ້ຄຳໝັ້ນສັນຍາເຄົາລົບກົດໝາຍສາກົນ. ອິດສະຣາແອນ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວໜູນຊ່ວຍມະນຸດສະທຳ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ສາມັນຊົນຢູ່ເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ