ການປະທະກັນ ຮາມາດ - ອິດສະຣາແອນ: ອິດສະຣາແອນ ບຸກໂຈມຕີບັນດາເປົ້າໝາຍ Hazbollah ຢູ່ລີບັງ, ປະທານາທິບໍດີ ອາເມລິກາ ຢ້ຽມຢາມ ອິດສະຣາແອນ

(VOVWORLD) -   ໃນເຫດການທີ່ກ່ຽວຂ້ອງ, ວັນທີ 16 ຕຸລາ, ທ່ານ Anthony Blinken, ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ວັນທີ 18 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະເດີນທາງໄປ ອິດສະຣາແອນ. ຄາດວ່າ, ທ່ານປະທານາທິບໍດີ Biden ຈະມີການພົບປະກັບທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ Benjamin Netanyahu ກໍ່ຄືເຈົ້າໜ້າທີ່ ອິດສະຣາແອນ ຫຼາຍທ່ານ.
ການປະທະກັນ ຮາມາດ - ອິດສະຣາແອນ: ອິດສະຣາແອນ ບຸກໂຈມຕີບັນດາເປົ້າໝາຍ Hazbollah ຢູ່ລີບັງ, ປະທານາທິບໍດີ ອາເມລິກາ ຢ້ຽມຢາມ ອິດສະຣາແອນ - ảnh 1ປະຊາຊົນລໍຖ້າຢູ່ດ່ານຊາຍແດນ Rafah
(ພາບ:THX/TTXVN)

ຕອນເຊົ້າວັນທີ 17 ຕຸລາ, ກອງທັບ ອິດສະຣາແອນ ໄດ້ປະກາດນີ້ວ່າ: ປະເທດນີ້ໄດ້ດຳເນີນການບຸກໂຈມຕີໃນຕອນກາງຄືນເພື່ອແນໃສ່ບັນດາເປົ້າໝາຍຂອງກຳລັງ Hazbollah ຢູ່ລີບັງ. ນັບແຕ່ເວລາເກີດການປະທະກັນ ໂດຍຂະບວນການອິດສະລາມ ຮາມາດ ໃນວັນທີ 7 ຕຸລາ, ບັນດາການປະທະກັນຢູ່ເຂດຊາຍແດນ ອິດສະຣາແອນ - ລີບັງ ເຮັດໃຫ້ທັງ 2 ຝ່າຍມີ 10 ຄົນເສຍຊີວິດ. ປະຈຸບັນ, ອິດສະຣາແອນ ເລີ່ມຍົກຍ້າຍປະຊາຊົນນັບພັນຄົນຢູ່ 28 ຈຸດແດງພາກເໜືອ ປະເທດນີ້ພາຍຫຼັງບັນດາປະທະກັນຢູ່ເຂດຊາຍແດນ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 16 ຕຸລາ, ທ່ານ Anthony Blinken, ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ວັນທີ 18 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະເດີນທາງໄປ ອິດສະຣາແອນ. ຄາດວ່າ, ທ່ານປະທານາທິບໍດີ Biden ຈະມີການພົບປະກັບທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ Benjamin Netanyahu ກໍ່ຄືເຈົ້າໜ້າທີ່ ອິດສະຣາແອນ ຫຼາຍທ່ານ. ການນຳ ອາເມລິກາ ກໍ່ມີແຜນການໄປຍັງ Amman, ນະຄອນຫຼວງ ຈໍແດນ, ພົບປະກັບເຈົ້າຊີວິດ ຈໍແດນ Abdullah, ທ່ານປະທານາທິບໍດີ ອີຢິບ Abdel – Fattah El-Sisi ແລະ ທ່ານປະທານາທິບໍດີອຳນາດການປົກຄອງ ປາແລດສະຕິນ Mamoud Abbas.

        ໂດຍກ່ຽວຂ້ອງເຖິງການເຄື່ອນໄຫວໜູນຊ່ວຍມະນຸດສະທຳ, ວັນທີ 16 ຕຸລາ, ທ່ານເລຂາທິການໃຫຍ່ ສະຫະພາບ ອາຣັບ Ahmed Aboul Gheit ໄດ້ຮຽກຮ້ອງເປີດບັນດາແລວທາງທີ່ປອດໄພ ເພື່ອຂົນສົ່ງສິນຄ້າໜູນຊ່ວຍໃຫ້ແກ່ປະຊາຊົນຢູ່ເຂດ ກາຊາ.

        ແລະກໍ່ໃນວັນທີ 16 ຕຸລາ, ລັດຖະມົນຕີການຕ່າງປະເທດ ອີຢິບ ແລະ ຝລັ່ງ ກໍ່ໄດ້ກະຕຸກຊຸກຍູ້ການຂົນສົ່ງເຄື່ອງໜູນຊ່ວຍໄປຍັງເຂດ ກາຊາ ແລະ ນຳຊາວຕ່າງປະເທດອອກຈາກເຂດດິນແດນປະທະກັນນີ້.

        ວັນທີ 16 ຕຸລາ, ສະຫະພາບເອີລົບ (EU) ໃຫ້ຮູ້ວ່າ: ຈະເພີ່ມການໜູນຊ່ວຍມະນຸດສະທຳທົບ 3 ເທົ່າ ໃຫ້ແກ່ປະຊາຊົນຢູ່ເຂດ ກາຊາ ເຊິ່ງຂຶ້ນເຖິງ 75 ລ້ານເອີໂຣ ແລະ ສ້າງຕັ້ງສາຍການບິນມະນຸດສະທຳຜ່ານ ອີຢິບ ເພື່ອຂົນສົ່ງເຄື່ອງໜູນຊ່ວຍປະຊາຊົນຢູ່ເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ