ການ​ປະ​ທະ​ກັນ ຮາ​ມາດ​ສ​ - ອິດ​ສະ​ຣາ​ແອັນ: ກູ້​ຕົວ​ປະ​ກັນຕື່ມ​ອີກ 4 ຄົນ

(VOVWORLD) - ກອງທັບ ອິດສະຣາແອັນ ໄດ້ແຈ້ງໃຫ້ຊາບວ່າ ໄດ້ກູ້ຕົວປະກັນ 4 ຄົນ ຢູ່ເຂດພາກກາງ ກາຊາ ທີ່ຖືກຈັບຕົວ ພາຍຫຼັງເກີດການປະທະກັນລະຫວ່າງຂະບວນການ ອິດສະລາມ ຮາມາດສ ແລະ ອິດສະຣາແອັນ ໃນວັນທີ 7 ຕຸລາ 2023.
ການ​ປະ​ທະ​ກັນ ຮາ​ມາດ​ສ​ - ອິດ​ສະ​ຣາ​ແອັນ: ກູ້​ຕົວ​ປະ​ກັນຕື່ມ​ອີກ 4 ຄົນ - ảnh 1ຄ້າຍລີ້ໄພຢູ່ Rafah, ເຂດ ກາຊາ ຖືກມ້າງທຳລາຍໃນວັນທີ 27 ພຶດສະພາ 2024 (ພາບ: THX/TTXVN)

ວັນທີ 8 ມິຖຸນາ, ກອງທັບ ອິດສະຣາແອັນ ໄດ້ແຈ້ງໃຫ້ຊາບວ່າ ໄດ້ກູ້ຕົວປະກັນ 4 ຄົນ ຢູ່ເຂດພາກກາງ ກາຊາ ທີ່ຖືກຈັບຕົວ ພາຍຫຼັງເກີດການປະທະກັນລະຫວ່າງຂະບວນການ ອິດສະລາມ ຮາມາດສ ແລະ ອິດສະຣາແອັນ ໃນວັນທີ 7 ຕຸລາ 2023. ບັ້ນກູ້ຕົວປະກັນໄດ້ດຳເນີນພາຍຫຼັງທີ່ ກອງທັບ ອິດສະຣາແອັນ ແຈ້ງໃຫ້ຊາບວ່າ ດຳເນີນການເຄື່ອນໄຫວດ້ານການທະຫານ ເລັ່ງໃສ່ພື້ນຖານໂຄງລ່າງການທະຫານຢູ່ al – Nuseirat, ພາກກາງເຂດ ກາຊາ.

ກໍໃນວັນດຽວກັນ, ອົງການສາທາລະນະສຸກຢູ່ເຂດ ກາຊາ ໄດ້ແຈ້ງໃຫ້ຊາບວ່າ ມີນັບສິບຄົນເສຍຊີວິດ ແລະ ຖືກບາດເຈັບຈາກການເຄື່ອນໄຫວດ້ານການທະຫານຢູ່ບໍລິເວນດັ່ງກ່າວ. ໃນສື່ສັງຄົມອອນໄລ Facebook, ອົງການນີ້ເຜີຍໃຫ້ຮູ້ຕື່ມອີກວ່າ ກຳລັງສາທາລະນະສຸກພວມມານະພະຍາຍາມປິ່ນປົວໃຫ້ຜູ້ຖືກບາດເຈັບ. ປັດຈຸບັນ, ອາເມລິກາ ແລະ ບັນດາປະເທດເປັນກາງໄກ່ເກ່ຍ ລວມມີ ອີຢິບ ແລະ ກາຕາ ພວມຊຸກຍູ້ບັນດາຄວາມມານະພະຍາຍາມທາງການທູດເພື່ອໃຫ້ກຳລັງ ຮາມາດສ ແລະ ອິດສະຣາແອັນ ເຫັນດີຕໍ່ຂໍ້ຕົກລົງຢຸດຍິງ ໂດຍທ່ານປະທານາທິບໍດີ ອາເມລິກາ Joe Biden  ຫາກໍສະເໜີ. ຄາດວ່າ, ທ່ານລັດຖະມົນຕີ ການຕ່າງປະເທດ ອາເມລິກາ Antony Blinken  ຈະເດີນທາງໄປເຂດຕາເວັນອອກກາງ ໃນລະຫວ່າງວັນທີ 10 ຫາວັນທີ 12 ມິຖຸນາ, ເພື່ອປຶກສຫາລືກັບບັນດາຄູ່ຮ່ວມມື ອາຣັບ ທີ່ສຳຄັນ ກ່ຽວກັບຂໍ້ສະເໜີຢຸດຍິງດັ່ງກ່າວ.

ໃນຂະນະນັ້ນ, ຫຼາຍປະເທດ ອາຣັບ  ແລະ ອິດສະລາມ ຢູ່ພາກຕາເວັນອອກກາງ ໄດ້ກ່າວປະນາມການບຸກໂຈມຕີທີ່ນອງເລືອດຂອງກອງທັບ ອິດສະຣາແອັນ ເຂົ້າຄ້າຍລີ້ໄພແຫ່ງໜຶ່ງຢູ່ກາງໃຈເຂດ ກາຊາ ໃນວັນທີ 8 ມິຖຸນາ ເຮັດໃຫ້ມີສາມັນຊົນນັບຮ້ອຍຄົນເສຍຊີວິດ.

ໃນແຈ້ງການຢ່າງເປັນທາງການອອກຕອນບ່າຍວັນທີ 8 ມິຖຸນາ, ກະຊວງການຕ່າງປະເທດ ອີຢິບ ໄດ້ກ່າວປະນາມການບຸກໂຈມຕີດັ່ງກ່າວຂອງ ອິດສະຣາແອັນ ໄດ້ເຮັດໃຫ້ມີຊາວ ປາແລັດສະຕິນ ກວ່າ 150 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ