ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ທຳ​ນຽບ​ຂາວ ແຈ້ງ​ໃຫ້​ຊາບ​ຂໍ້​ມູນການ​ປຶກ​ສາ​ຫາ​ລື​ກັບ ອິດ​ສ​ິ​ຣາ​ແອັນ ​ກ່ຽວ​ກັບ​ບັ້ນ​ຮົບ​ການ​ທະ​ຫານຢູ່ Rafah

(VOVWORLD) - ບັນດາເຈົ້າໜ້າທີ່ ອາເມລິກາ ແລະ ອິດສະຣາແອັນ ອາດຈະຈັດການປະຊຸມໃນຕົ້ນອາທິດໜ້າ ຢູ່ ວໍຊິງຕັນ (ອາເມລິກາ) ເພື່ອປຶກສາຫາລືກ່ຽວກັບບັ້ນຮົບການທະຫານຂອງ ອິດສະຣາແອັນ ຢູ່ນະຄອນ Rafah, ພ້ອມທັງສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ຕໍ່ບັນດາຂໍ້ມູນທີ່ກ່ຽວຂ້ອງເຖິງໄພອຶດຫິວ ທີ່ໃກ້ຈະເກີດຂຶ້ນຢູ່ ກາຊາ.
ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ທຳ​ນຽບ​ຂາວ ແຈ້ງ​ໃຫ້​ຊາບ​ຂໍ້​ມູນການ​ປຶກ​ສາ​ຫາ​ລື​ກັບ ອິດ​ສ​ິ​ຣາ​ແອັນ ​ກ່ຽວ​ກັບ​ບັ້ນ​ຮົບ​ການ​ທະ​ຫານຢູ່ Rafah - ảnh 1ທ່ານນາງ Karine Jean – Pierre ໂຄສົກທຳນຽບຂາວ (ພາບ: TTXVN)

ວັນທີ 19 ມີນາ, ທ່ານນາງ Karine Jean – Pierre ໂຄສົກທຳນຽບຂາວ ໃຫ້ຮູ້ວ່າ ບັນດາເຈົ້າໜ້າທີ່ ອາເມລິກາ ແລະ ອິດສະຣາແອັນ ອາດຈະຈັດການປະຊຸມໃນຕົ້ນອາທິດໜ້າ ຢູ່ ວໍຊິງຕັນ (ອາເມລິກາ) ເພື່ອປຶກສາຫາລືກ່ຽວກັບບັ້ນຮົບການທະຫານຂອງ ອິດສະຣາແອັນ ຢູ່ນະຄອນ Rafah, ພ້ອມທັງສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ຕໍ່ບັນດາຂໍ້ມູນທີ່ກ່ຽວຂ້ອງເຖິງໄພອຶດຫິວ ທີ່ໃກ້ຈະເກີດຂຶ້ນຢູ່ ກາຊາ.

        ຕາມທ່ານນາງ Jean – Pierre ແລ້ວ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ສະເໜີໃຫ້ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ແຕ່ງຕັ້ງກຸ່ມເຈົ້າໜ້າທີ່ການທະຫານ, ນັກສືບສອດແນມ ແລະ ມະນຸດສະທຳຂັ້ນສູງ ໄປ ວໍຊິງຕັນ ເພື່ອດຳເນີນບັນດາວາລະປຶກສາຫາລືຮອບດ້ານໃນຊຸມວັນຈະມາເຖິງ. ກໍຕາມທ່ານນາງແລ້ວ, ອາເມລິກາ ໄດ້ກະຕຸກຊຸກຍູ້ ອິດສະຣາແອັນ ມານະພະຍາຍາມກວ່າອີກ ເພື່ອອຳນວຍຄວາມສະດວກນຳການຊ່ວຍເຫຼືອມະນຸດສະທຳເຂົ້າເຂດ ກາຊາ.


ຕອບກັບ

ຂ່າວ/ບົດ​ອື່ນ