ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ອິດ​ສະ​ຣາ​ແອັນ ອາດ​ຈະປະ​ການ​ເຈລະ​ຈາ, ກະ​ກຽມ​ບຸກ​ໂຈມ​ຕີ​ທາງ​ບົກ​ເຂົ້າ​ເຂດ Rafah

(VOVWORLD) - ພາຍຫຼັງຮອບເຈລະຈາຄັ້ງຫຼ້າສຸດຢູ່ ກາຕາ ບໍ່ປະສົບຜົນສຳເລັດ, ລັດຖະບານ ອິດສະຣາແອັນ ກໍ່ບໍ່ມີເຈດຈຳນົງເຊື່ອມຕໍ່ການເຈລະຈາກັບກຳລັງ ຮາມາດສ ຄືນໃໝ່ ເພື່ອແນໃສ່ບັນລຸໄດ້ຄຳສັ່ງຢຸດຍິງໃໝ່ຢູ່ເຂດ ກາຊາ ອີກແລ້ວ. 
ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ອິດ​ສະ​ຣາ​ແອັນ ອາດ​ຈະປະ​ການ​ເຈລະ​ຈາ, ກະ​ກຽມ​ບຸກ​ໂຈມ​ຕີ​ທາງ​ບົກ​ເຂົ້າ​ເຂດ Rafah - ảnh 1ເຂດ ກາຊາ ພາຍຫຼັງການບຸກໂຈມຕີທາງອາກາດ ໃນວັນທີ 25/3/2024 (ພາບ: THX/TTXVN)

ວັນທີ 27 ມີນາ, ສື່ມວນຊົນ ລີບັງ ໃຫ້ຮູ້ວ່າ ພາຍຫຼັງຮອບເຈລະຈາຄັ້ງຫຼ້າສຸດຢູ່ ກາຕາ ບໍ່ປະສົບຜົນສຳເລັດ, ລັດຖະບານ ອິດສະຣາແອັນ ກໍ່ບໍ່ມີເຈດຈຳນົງເຊື່ອມຕໍ່ການເຈລະຈາກັບກຳລັງ ຮາມາດສ ຄືນໃໝ່ ເພື່ອແນໃສ່ບັນລຸໄດ້ຄຳສັ່ງຢຸດຍິງໃໝ່ຢູ່ເຂດ ກາຊາ ອີກແລ້ວ. ສິ່ງທີ່ໜ້າວິຕົກກັງວົນກວ່າ ນັ້ນແມ່ນ, ລັດຖະບານ ແລະ ກອງທັບ ອິດສະຣາແອັນ ພວມຮີບເຮັ່ງກະກຽມໃຫ້ແກ່ແຜນການບຸກໂຈມຕີທາງບົກເຂົ້ານະຄອນ Rafah ຢູ່ຕອນໃຕ້ ກາຊາ. ໂດຍຄັດສະເໜີຄຳປາໄສຂອງເຈົ້າໜ້າທີ່ອີຢິບຈຳນວນໜຶ່ງ, ສື່ມວນຊົນ ລີບັງ ໃຫ້ຮູ້ວ່າ ການບຸກໂຈມຕີ ຄາດວ່າຈະໄດ້ປຸກລະດົມພາຍຫຼັງບຸນ Eid al – Ftir ສິ້ນສຸດເດືອນ ຣາມາດານ ຂອງຊາວມຸດສະລິມໃນຕົ້ນເດືອນ ພຶດສະພາ ຈະມາເຖິງນີ້. ການເຄື່ອນໄຫວບັ້ນຕໍ່ສູ້ຢູ່ Rafah ອາດຈະແກ່ຍາວແຕ່ 3 – 5 ອາທິດ, ເຊິ່ງໄດ້ດຳເນີນພາຍຫຼັງສຳເລັດການຍົກຍ້າຍປະຊາຊົນ 1,5 ລ້ານຄົນ ທີ່ພວມອາໄສຢູ່ທີ່ນີ້ອອກໄປຢູ່ບ່ອນໃໝ່.

        ກໍໃນວັນດຽວກັນ, ກຳລັງພິທັກຮັກສາ ອິດສະຣາແອັນ (IDF) ຢັ້ງຢືນວ່າ ໄດ້ດຳເນີນການບຸກໂຈມຕີທາງອາກາດ 2 ຄັ້ງຢ່າງລຽນຕິດເຂົ້າເຂດພາກໃຕ້ ລີບັງ. ສ່ວນ Hezbollah ຖະແຫຼງວ່າ ໄດ້ດຳເນີນການຊ້ອມຮົບທາງອາກາດດ້ວຍລູກສອນໄຟໄປເຂດດິນແດນ ອິດສະຣາແອັນ ໃນວັນທີ 27 ມີນາ ເປັນຫຼາຍຄັ້ງ.

ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ