ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ອາ​ເມ​ລິ​ກາ ຮຽກ​ຮ້ອງ​ໃຫ້ ຮາ​ມາ​ດ​ສ ຍອມ​ຮັບ​ຄຳ​ສັ່ງ​ຢຸດ​ຍິງ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຮຽກຮ້ອງໃຫ້ຂະບວນການອິດສະລາມ ຮາມາດສ ຍອມຮັບຄຳສັ່ງຢຸດຍິງກັບ ອິດສະຣາແອັນ ໃນທັນທີ. 
ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ອາ​ເມ​ລິ​ກາ ຮຽກ​ຮ້ອງ​ໃຫ້ ຮາ​ມາ​ດ​ສ ຍອມ​ຮັບ​ຄຳ​ສັ່ງ​ຢຸດ​ຍິງ - ảnh 1ເຮືອນຫຼັງໜຶ່ງຢູ່ເຂດກາຊາ ຖືກພັງທະລາຍໃນວັນທີ 4/3/2024 (ພາບ:THX/TTXVN)

ວັນທີ 05 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຮຽກຮ້ອງໃຫ້ຂະບວນການອິດສະລາມ ຮາມາດສ ຍອມຮັບຄຳສັ່ງຢຸດຍິງກັບ ອິດສະຣາແອັນ ໃນທັນທີ, ເມື່ອຄະນະ ຮາມາດສ ສືບຕໍ່ເຈລະຈາກັບບັນດາປະເທດເປັນກາງໄກເກຍ ກາຕາ ແລະ ອີຢິບ ຢູ່ Cairo, ນະຄອນຫຼວງ ອີຢິບ. ກ່າວຄຳເຫັນໃນການພົບປະກັບທ່ານນາຍົກລັດຖະມົນຕີ ກາຕາ ຢູ່ ວໍຊິງຕັນ, ທ່ານ Blinken ໃຫ້ຮູ້ວ່າ ພວມມີໂອກາດບັນລຸໄດ້ຄຳສັ່ງຢຸດຍິງໃນທັນທີ ເພື່ອໃຫ້ບັນດາຕົວປະກັນໄດ້ຮັບການປ່ອຍຕົວເປັນອິດສະຫຼະ ແລະ ໄດ້ຮັບແຫຼ່ງຊ່ວຍເຫຼືອມະນຸດສະທຳຕື່ມອີກໃຫ້ແກ່ປະຊາຊົນ ປາແລັດສະຕິນ.

        ຄຳຮຽກຮ້ອງຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ຍົກອອກມາໃນສະພາບການເຈລະຈາລະຫວ່າງຂະບວນການ ອິດສະລາມ ຮາມາດສ ແລະ ບັນດາປະເທດເປັນກາງໄກເກຍ ກ່ຽວກັບຄຳສັ່ງຢຸດຍິງລະຫວ່າງ ຮາມາດສ ແລະ ອິດສະຣາແອັນ ໄດ້ແກ່ຍາວຮອດມື້ທີ 3 ແຕ່ມີຍັງບໍ່ມີສັນຍານບັນລຸໄດ້ຄວາມບຸກທະລຸເທື່ອ.


ຕອບກັບ

ຂ່າວ/ບົດ​ອື່ນ