ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ໂລກ ອິດ​ສະ​ລາມ ໄດ້​ກ່າວ​ປະ​ນາມ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ອິດ​ສະ​ຣາ​ແອັນ ເຂົ້າ​ເຂດ​ມະ​ນຸດ​ສະ​ທຳ​ຢູ່ເຂດ ກາ​ຊາ ຢ່າງ​ແຮງ

(VOVWORLD) - ໃນຖະແຫຼງການທາງສື່ສັງຄົມ X, ກະຊວງການຕ່າງປະເທດ ອາຣັບບິ ຊະອຸດິ ໄດ້ພັນລະນາການບຸກໂຈມຕີທາງອາກາດຂອງກອງທັບ ອິດສະຣາແອັນ ວ່າ ເປັນໂທດກຳຕ້ານຄືນສາມັນຊົນ ປາແລັດສະຕິນ.
ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ໂລກ ອິດ​ສະ​ລາມ ໄດ້​ກ່າວ​ປະ​ນາມ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ອິດ​ສະ​ຣາ​ແອັນ ເຂົ້າ​ເຂດ​ມະ​ນຸດ​ສະ​ທຳ​ຢູ່ເຂດ ກາ​ຊາ ຢ່າງ​ແຮງ - ảnh 1ສະພາບການຢູ່ Khan Younis, ເຂດ Gaza ພາຍຫຼັງການບຸກໂຈມຕີຂອງ ອິດສະຣາແອັນ (ພາບ:THX/TTXVN)

ວັນທີ 10 ກັນຍາ, ຫຼາຍປະເທດ ອິດສະລາມ ພາກພື້ນຕາເວັນອອກກາງ ໄດ້ອອກຖະແຫຼງການກ່າວປະນາມການບຸກໂຈມຕີທາງອາກາດຂອງກອງທັບ ອິດສະຣາແອັນ ເຂົ້າເຂດມະນຸດສະທຳ Mawasi ຢູ່ນະຄອນ Khan Yunis, ທາງທິດໃຕ້ ກາຊາ ໃນຕອນເຊົ້າຂອງວັນດຽວກັນ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 40 ຄົນ, ຜູ້ບາດເຈັບປະມານ 60 ຄົນ, ໃນນັ້ນ ມີແມ່ຍິງ ແລະ ເດັກນ້ອຍ. ໃນຖະແຫຼງການທາງສື່ສັງຄົມ X, ກະຊວງການຕ່າງປະເທດ ອາຣັບບິ ຊະອຸດິ ໄດ້ພັນລະນາການບຸກໂຈມຕີທາງອາກາດຂອງກອງທັບ ອິດສະຣາແອັນ ວ່າ ເປັນໂທດກຳຕ້ານຄືນສາມັນຊົນ ປາແລັດສະຕິນ. ກະຊວງການຕ່າງປະເທດ ອາຣັບບິ ຊະອຸດິ ຮຽກຮ້ອງໃຫ້ປະຊາຄົມສາກົນຕ້ອງມີການກະທົບໃນທັນທີ, ລວມທັງການເລີ່ມດຳເນີນບັນດາກົນໄກທີ່ຈຳເປັນ, ເພື່ອສິ້ນສຸດການກະທຳອັນໂຫດຮ້າຍຂອງ ອິດສະຣາແອັນ ຢູ່ເຂດ ກາຊາ ກໍຄືບັນດາເຂດດິນແດນອື່ນຂອງຊາວ ປາແລັດສະຕິນ.

        ໃນຂະນະນັ້ນ, ແຈ້ງການຂອງກະຊວງການຕ່າງປະເທດ ຕວັກກີ ຊີ້ແຈ້ງວ່າ ການບຸກໂຈມຕີທາງອາກາດແມ່ນໂທດກຳສົງຄາມໃໝ່ ທີ່ບໍ່ອາດປະຕິເສດໄດ້ຂອງ ອິດສະຣາແອັນ. ຈາກ Tehran, ໂຄສົກກະຊວງການຕ່າງປະເທດ ອີຣານ, ທ່ານ Nasser Kanaani ໄດ້ອອກຖະແຫຼງການໂດຍຢັ້ງຢືນວ່າ ການບຸກໂຈມຕີທາງອາກາດແມ່ນອີກຫຼັກຖານໜຶ່ງ ທີ່ຊີ້ໃຫ້ເຫັນວ່າ ອິດສະຣາແອັນ ບໍ່ປະຕິບັດບໍ່ວ່າທຳນຽມ ຫຼື ຫຼັກການຄຸນສົມບັດ, ມະນຸດສະທຳສາກົນໃດໆ. ທ່ານກໍຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງສາກົນ, ສະພາຄວາມໝັ້ນຄົງ ສປຊ ຈົ່ງມີການກະທຳຢ່າງຂ້ຽວຂາດໃນທັນທີ ເພື່ອກ່າວເຕືອນ ແລະ ບັງຄັບ ອິດສະຣາແອັນ ຕ້ອງປະຕິບັດຕາມສົນທິສັນຍາ ສປຊ ແລະ ກົດໝາຍສາກົນ.

ບ໊າທີ, ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ