ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ລາ​ແອັນ: 5 ປະ​ເທດ ອາ​ຣັບ ຖະ​ແຫຼງ​ການ​ສະ​ໜັບ​ສະ​ໜູນ​ຂໍ້​ສະ​ເໜີ​ຢຸດ​ຍິງ​ສະ​ບັບ​ໃໝ່​ຂອງ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

(VOVWORLD) - ຖະແຫຼງການກໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມເປັນກາງຊ່ວຍໄກ່ເກ່ຍຂອງ ອາເມລິກາ, ເອຢິບ ແລະ ກາຕາ ມຸ່ງໄປເຖິງຂໍ້ຕົກລົງແລກປ່ຽນຕົວປະກັນສະບັບໃໝ່ລະຫວ່າງ ອິດສະລາແອັນ ແລະ ກຳລັງ ຮາມາດສ.
ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ລາ​ແອັນ: 5 ປະ​ເທດ ອາ​ຣັບ ຖະ​ແຫຼງ​ການ​ສະ​ໜັບ​ສະ​ໜູນ​ຂໍ້​ສະ​ເໜີ​ຢຸດ​ຍິງ​ສະ​ບັບ​ໃໝ່​ຂອງ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ - ảnh 1ພາບປະກອບ: THX/TTXVN

ວັນທີ 3 ມິຖຸນາ, ລັດຖະມົນຕີການຕ່າງປະເທດ 5 ປະເທດ ອາຣັບ ແມ່ນ ເອຢິບ, ອາຣັບບິ ຊາອຸດິ, ສະຫະລັດ ອາຣັບ ເອມີເລດ, ຈໍແດນ ແລະ ກາຕາ ໄດ້ອອກຖະແຫຼງການຮ່ວມ ຢັ້ງຢືນການສະໜັບສະໜູນຂອງບັນດາປະເທດ ອາຣັບ ຕໍ່ຂໍ້ສະເໜີຢຸດຍິງສະບັບໃໝ່ຢູ່ເຂດກາຊາ ຕາມການປະກາດຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ທີ່ໄດ້ວາງອອກໃນວັນທີ 31 ພຶດສະພາ. ຖະແຫຼງການກໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມເປັນກາງຊ່ວຍໄກ່ເກ່ຍຂອງ ອາເມລິກາ, ເອຢິບ ແລະ ກາຕາ ມຸ່ງໄປເຖິງຂໍ້ຕົກລົງແລກປ່ຽນຕົວປະກັນສະບັບໃໝ່ລະຫວ່າງ ອິດສະລາແອັນ ແລະ ກຳລັງ ຮາມາດສ. ບັນດາລັດຖະມົນຕີການຕ່າງປະເທດ ກໍ່ເນັ້ນໜັກເຖິງຄວາມຈຳເປັນຕ້ອງສະກັດກັ້ນບັນດາການກະທຳ ປາບປາມຂອງ ອິດສະລາແອັນ ຢູ່ເຂດ ກາຊາ, ຢຸດຕິວິກິດການດ້ານມະນຸດສະທຳ ໂດຍສົງຄາມຂອງ ອິດສະລາແອັນ ກໍ່ຂຶ້ນ ແລະ ອະນຸຍາດໃຫ້ຊາວລີ້ໄພກາຊາ ໄດ້ກັບຄືນເຂດທີ່ດຳລົງຊີວິດໃນເມືອກ່ອນຂອງເຂົາເຈົ້າ. ຖະແຫຼງການຮ່ວມ ກໍ່ຮຽກຮ້ອງທັງໝົດກຳລັງອິດສະແອັນຖອນຕົວອອກຈາກເຂດກາຊາ ແລະ ເລີ່ມຕົ້ນວິວັດການສ້າງຂຶ້ນເຂດດິນແດນແຫ່ງນີ້ຄືນໃໝ່ ຕາມຂອບເຂດຂອງແຜນການຮອບດ້ານ ກ່ຽວກັບການປະຕິບັດວິທີການສອງລັດ.

ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ປະກາດວ່າ ຂໍ້ສະເໜີຢຸດຍິງໂດຍທ່ານປະທານາທິບໍດີ ອາເມລິກາ ວາງອອກແມ່ນຍັງບໍ່ທັນຄົບຖວ້ນ ແລະ ມີຄວາມຜິດເຂວເມື່ອປຽບທຽບກັບສະບັບຂອງອິດສະລາແອັນ.

ຕອບກັບ

ຂ່າວ/ບົດ​ອື່ນ