ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ລາ​ແອັນ: ກອງ​ທັບ ອິດ​ສະ​ລາ​ແອັນ ກະ​ກຽມ​ມີ​ການ​ກະ​ທຳ​ຢ່າງ​ແຮງ​ຢູ່ ເຂດ​ຊາຍ​ແດນ​ທາງ​ທິດ​ເໜືອ

(VOVWORLD) - ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Yoav Gallant ປະກາດວ່າ ອິດສະລາແອັນ ຈະສືບຕໍ່ດຳເນີນການບຸກໂຈມຕີເລັ່ງໃສ່ກາຊາ ໃນໄລຍະດຳເນີນການເຈລະຈາ ແລະ ຍັງບໍ່ມີຂໍ້ຕົກລົງຢ່າງເປັນທາງການ.
ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ລາ​ແອັນ: ກອງ​ທັບ ອິດ​ສະ​ລາ​ແອັນ ກະ​ກຽມ​ມີ​ການ​ກະ​ທຳ​ຢ່າງ​ແຮງ​ຢູ່ ເຂດ​ຊາຍ​ແດນ​ທາງ​ທິດ​ເໜືອ - ảnh 1ກອງທັບອິດສະລາແອັນໄປລາດຕະເວນ ຢູ່ເຂດຊາຍແດນຕິດກັບລີບັງ (ພາບ: AFP/TTXVN)

ວັນທີ 5 ມິຖຸນາ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ  Benjamin Netanyahu ໄດ້ລົງກວດກາເຂດຊາຍແດນທາງທິດເໜືອຕິດກັບ ລີບັງ ແລະ ໃຫ້ຮູ້ວ່າ ອິດສະລາແອັນ ໄດ້ກະກຽມມີການເຄື່ອນໄຫວຢ່າງແຮງຢູ່ທາງທິດເໜືອ. ທ່ານ Benjamin Netanyahu ກ່າວເຕືອນວ່າ ອິດສະລາແອັນ ຈະຟື້ນຟູຄວາມໝັ້ນຄົງຢູ່ເຂດນີ້. ໃນຂະນະນັ້ນ, ຢູ່ເຂດກາຊາ, ກອງທັບອິດສະລາແອັນ ກໍ່ໄດ້ປະຕິບັດການບຸກໂຈມຕີທາງອາກາດຢ່າງຮ້າຍແຮງ ເລັ່ງໃສ່ເຂດໃຈກາງຂອງດິນແດນແຫ່ງນີ້. ຕາມນັ້ນແລ້ວ, ກອງທັບ ອິດສະລາແອັນໄດ້ປະກາດເລີ່ມຕົ້ນບັນດາການເຄື່ອນໄຫວ “ມີເປົ້າໝາຍ”, ທັງທາງອາກາດ ແລະ ທາງບົກ, ຢູ່ບັນດາເຂດຄື Bureij ແລະ ທາງທິດຕາເວັນອອກ Deir al-Balah ເຂດໃຈກາງກາຊາ. ຝ່າຍອິດສະລາແອັນ ໃຫ້ຮູ້ວ່າ ມີສະມາຊິກຮາມາດສຈຳນວນໜຶ່ງ ຖືກເສຍຊີວິດ. ບັນດາພະຍານຫຼັກຖານ ແລະ ການນຳຢູ່ໂຮງໝໍ ແລະ ກຳລັງປ້ອງ ພົນລະເມືອງ ປາແລັດສະຕິນ ໃຫ້ຮູ້ວ່າ ເຫດບຸກໂຈມຕີທາງອາກາດຄັ້ງຫຼ້າສຸດ ເລັ່ງໃສ່ໃຈກາງ ເຂດກາຊາ ເຮັດໃຫ້ມີຜູ້ເສຍຊີວິດ ກ່ວາ 10 ຄົນ.

ແລະກໍ່ໃນວັນທີ 5 ມິຖຸນາ, ບັນດາການເຈລະຈາຮອບຫຼ້າສຸດກ່ຽວກັບການຊຸກຍູ້ຂໍ້ຕົກລົງຢຸດຍິງ ແລະ ແລກປ່ຽນຕົວປະກັນສະບັບໃໝ່ລະຫວ່າງອິດສະລາແອັນ ແລະ ຮາມາດສໄດ້ດຳເນີນຢູ່ ໂດຮາ, ປະເທດກາຕາ. ໃນນັ້ນມີການພົບປະສາມຝ່າຍລະຫວ່າງຜູ້ຕາງໜ້າກຳລັງ ຮາມາດສ ກັບທ່ານນາຍົກລັດຖະມົນຕີ ກາຕາ Mohammed bin Abdulrahman Al Thani ແລະ ຜູ້ນຳອົງການສືບລາຊະການລັບ ແຫ່ງຊາດ ເອຢິບ Abbas Kamel.

ສ່ວນຝ່າຍອິດສະລາແອັນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Yoav Gallant ປະກາດວ່າ ອິດສະລາແອັນ ຈະສືບຕໍ່ດຳເນີນການບຸກໂຈມຕີເລັ່ງໃສ່ກາຊາ ໃນໄລຍະດຳເນີນການເຈລະຈາ ແລະ ຍັງບໍ່ມີຂໍ້ຕົກລົງຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ