ການ​ປະ​ທະ​​ກັນ ຮາ​ມາດ​ສ - ອິດ​ສະ​ລາ​ແອັນ: ປະ​ຕິ​ກ​ິ​ລິ​ຍາ​ຂອງ​ບັນ​ດາ​ປະ​ເທດ​ພາຍຫຼັງ ເຫດ​ການເຂັ​ນ​ຂ້າການ​ນຳ​ຮາ​ມາ​ດ​ສ

(VOVWORLD) - ວັນທີ 31 ກໍລະກົດ, ທ່ານປະທານາທາບໍດີ ຕວັກກີ Recep Tayyip Erdogan ໄດ້ກ່າວປະນາມການລອບສັງຫານທ່ານ Ismail Haniyeh. ໃນຂະນະນັ້ນ, ທ່ານປະທານາທິບໍດີ ອີຣານ Masoud Pezeshkian ໄດ້ກ່າວເຕືອນຈະໂຕ້ຕອບການລອບສັງຫານ. 

ວັນທີ 31 ກໍລະກົດ, ທ່ານ Sheikh Mohammed bin Abdulrahman Al Thani ນາຍົກລັດຖະມົນຕີ ກາຕາ ໄດ້ກ່າວເຕືອນວ່າການເຂັ່ນຂ້າທ່ານ Ismail Haniyeh  ການນຳ ຮາມາດສ  ອາດຈະກໍ່ອັນຕະລາຍໃຫ້ບັນດາຄວາມມານະພະຍາຍາມຮັບປະກັນຄຳສັ່ງຢຸດຍິງຢູ່ເຂດກາຊາ. ກະຊວງການຕ່າງປະເທດ ຊີຣີ ໄດ້ກ່າວປະນາມການລອບສັງຫານ ການນຳຮາມາດສ, ພ້ອມທັງກ່າວເຕືອນຄວາມສ່ຽງເກີດຄວາມເຄັ່ງຕຶງ ໃນທົ່ວເຂດ. ຂະບວນການ Houthi ຢູ່ເຢແມນ ໄດ້ປະກາດວ່າ ເຫດລອບສັງຫານ ທ່ານ Haniyeh  ແມ່ນໂທດກຳ, ລະເມີດກົດໝາຍ ແລະ ບັນດາຄຸນຄ່າຄຸນສົມບັດ.

ວັນທີ 31 ກໍລະກົດ, ທ່ານປະທານາທາບໍດີ ຕວັກກີ Recep Tayyip Erdogan ໄດ້ກ່າວປະນາມການລອບສັງຫານທ່ານ Ismail Haniyeh. ໃນຂະນະນັ້ນ, ທ່ານປະທານາທິບໍດີ ອີຣານ Masoud Pezeshkian ໄດ້ກ່າວເຕືອນຈະໂຕ້ຕອບການລອບສັງຫານ. ສ່ວນກະຊວງການຕ່າງປະເທດ ເອຢິບ ໄດ້ຮຽກຮ້ອງໃຫ້ຫຼີກລ້ຽງສະພາບການຄວາມເຄັ່ງຕຶງເພີ່ມຂຶ້ນເກີນຂອບເຂດການຄວບຄຸມ.

ຈາກລັດເຊຍ,  ໂດຍກ່າວຄຳເຫັນຕໍ່ສຳນັກຂ່າວສານແຫ່ງລັດ RIA Novosti, ທ່ານຮອງລັດຖະມົນຕີ ການຕ່າງປະເທດ ລັດເຊຍ Mikhail Bogdanov ຊີ້ແຈ້ງວ່າ: “ນີ້ແມ່ນເຫດລອບສັງຫານດ້ານການເມືອງທີ່ບໍ່ສາມາດຮັບຮູ້ໄດ້ ແລະ ສິ່ງນີ້ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນຫຼາຍກ່ວາອີກ”.

ສ່ວນຝ່າຍ ອິດສະລາແອັນ, ເຖິງວ່າຍັງບໍ່ທັນປະກາດກ່າວ ຮັບຜິດຊອບກ່ຽວກັບເຫດບຸກໂຈມຕີ ແຕ່ກະຊວງການຕ່າງປະເທດ ອິດສະລາແອັນ ກໍ່ໄດ້ອອກຄຳສັ່ງໃຫ້ແກ່ບັນດາຄະນະທູຕານຸທູດ ອິດສະລາແອັນໃນທົ່ວໂລກ ເພີ່ມທະວີມາດຕະການປ້ອງກັນຄວາມໝັ້ນຄົງເພື່ອປ້ອງກັນ, ຕ້ານຄວາມສ່ຽງຖືກບຸກໂຈມຕີໂຕ້ຕອບ.

ຕອບກັບ

ຂ່າວ/ບົດ​ອື່ນ